ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ໃນໂອກາດທີ່ທ່ານ ໄດ້ຖືກັບເລືອກຕັ້ງດຳລົງຕຳແໜ່ງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຣາຊະອານາຈັກ ແຫ່ງ ລຸກຊຳບວກ ແລະ ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ທ່ານຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ອັນຍິ່ງໃຫຍ່ຂອງທ່ານ.
ພ້ອມດຽວກັນນີ້, ພວກເຮົາຂໍຖືໂອກາດນີ້ ສະແດງໄມຕີຈິດ ແລະ ມິດຕະພາບ ຂອງປະຊາຊົນລຸກຊຳບວກ ຕໍ່ກັບປະຊາຊົນລາວທັງຊາດ.
ພະບາດ ສົມເດັດ ແກຣນດຸກ ເຮັນຣີ
ປະມຸກລັດ ແຫ່ງ ຣາຊະອານາຈັກ ລຸກຊຳບວກ
ທີ່ ລຸກຊຳບວກ
ວັນທີ 23 ມີນາ 2021
------------------------------------------------
ພະນະທ່ານ ພັນຄຳ ວິພາວັນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ນະຄອນຫຼວງວຽງຈັນ
ນາຍົກລັດຖະມົນຕີ,
ໃນນາມລັດຖະບານ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງ ພະນະທ່ານ, ເນື່ອງໃນໂອກາດ ທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.
ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນ ໃຫ້ ພະນະທ່ານ ຈົ່ງປະສົບຜົນສໍາເລັດທຸກປະການໃນການປະຕິບັດພາລະໜ້າທີ່ອັນສຳຄັນຂອງຕົນ. ຂ້າພະເຈົ້າຫວັງວ່າຈະໄດ້ສືບຕໍ່ຮັດແໜ້ນສາຍສຳພັນແຫ່ງການເປັນຄູ່ຮ່ວມມື ແລະ ຄວາມສາມັກຄີທີ່ມີມາ ລະຫວ່າງ ປະຊາຊົນລາວ ແລະ ລຸກຊຳບວກ.
ດ້ວຍຄວາມນັບຖືຢ່າງສູງ,
ຊາວີແອແບດເຕີນ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ລຸກຊຳບວກ
ວັນທີ 22 ມີນາ 2021