ນະຄອນຫຼວງວຽງຈັນ, ວັນທີ 28 ກໍລະກົດ 2020
ພະນະທ່ານ,
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຂໍຖືໂອກາດນີ້ ສົ່ງຄໍາຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງເປັນນາຍົກ ລັດຖະມົນຕີແຫ່ງ ສາທາລະນະລັດ ສິງກະໂປ ອີກວາລະໜຶ່ງ.
ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ເຫັນວ່າຕະຫຼອດໄລຍະກວ່າ 4 ທົດສະວັດ ຜ່ານມາ, ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ໄດ້ມີການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດ ແລະ ປະສົບການອັນກ້ວາງຂວາງຂອງພະນະທ່ານ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ດັ່ງກ່າວນັ້ນ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດລວມຂອງ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດ ຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ພະນະທ່ານ ລີ ຊຽນ ລຸງ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ
ທີ່ ສິງກະໂປ