ໃນວັນທີ 11 ກຸມພາ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ລະດັບເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ໂດຍການເປັນປະທານຮ່ວມ ຂອງ ທ່ານ Gunnar Wiegand, ຫົວໜ້າກົມ ອາຊີ-ປາຊີຟິກ ສະຫະພາບເອີຣົບ ແລະ ທ່ານ Stanley Loh, ຫົວໜ້າຫ້ອງການ, ກະຊວງການຕ່າງປະເທດສິງກະໂປ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສິງກະໂປ, ໂດຍມີບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ແລະ ອີຢູ, ກອງເລຂາອາຊຽນ ແລະ ຄະນະກຳມາທິການ ສະຫະພາບ ເອີລົບ.
ກອງປະຊຸມ ໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ການຮ່ວມມື ອາຊຽນ-ອີຢູ ຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນປະຕິບັດງານ ໄລຍະປີ 2018-2022. ພິເສດ, ກອງປະຊຸມໄດ້ປຶກສາຫາລື ແລະ ກຳນົດ ທິດທາງແຜນການຮ່ວມມື ອາຊຽນ-ອີຢູ ໃນຕໍ່ໜ້າ, ເຊິ່ງໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ການເຊື່ອມຈອດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ການພັດທະນາຕົວເມືອງ ອັດສະລິຍະ ແລະ ການສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນກັບປະຊາຊົນ.
ກອງປະຊຸມຫົວໜ້າເຈົ້າໜ້າທີ່ ອາວຸໂສ ອາຊຽນ-ອີຢູ ຄັ້ງນີ້ ຍັງໄດ້ແລກປ່ຽນຄວາມຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍ່ຄືໃນໂລກ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຊອກຫາຊ່ອງທາງໃນການຮ່ວມມືກັນ ເພື່ອຕ້ານການແພລະບາດ ຂອງ ພະຍາດປອດອັກເສບສາຍພັນໃໝ່ (novel Coronavirus) ແລະ ໄດ້ມີແຜນຈະຈັດກອງປະຊຸມວີດີໂອທາງໄກຮ່ວມກັນແນ່ໃສ່ ແລກປ່ຽນຂໍ້ມູນຂ່າວສານ ແລະ ມາດຕະການ ໃນການຮັບມືກັບພະຍາດດັ່ງກ່າວ.
ສຸດທ້າຍ, ກອງປະຊຸມໄດ້ພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງກອງປະຊຸມ ລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 22 ຈັດຂຶ້ນໃນຕົ້ນປີ 2019 ຜ່ານມາ, ໂດຍສະເພາະໄດ້ຢ້ຳຄືນການຕົກລົງເຫັນດີ ໃນດ້ານຫຼັກການ ໃນການຍົກລະດັບການພົວພັນຮ່ວມມື ອາຊຽນ-ອີຢູ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ແລະ ຈະສືບຕໍ່ ປຶກສາຫາລືກັນໃນລາຍລະອຽດຕື່ມ. ກອງປະຊຸມລະດັົເຈົ້າໜ້າທີ່ອາວຸໂສ ອາຊຽນ-ອີຢູ ຄັ້ງຕໍ່ໄປ ຄາດວ່າຈະຈັດ ໃນທ້າຍເດືອນພະຈິກ ຫຼື ທັນວາ ປີ 2020 ຢູ່ ສິງກະໂປ ຄວບຄູ່ໄປກັບການຈັດ ກອງປະຊຸມລະດັບລັດຖະມົນຕີ ອາຊຽນ-ອີຢູ ຄັ້ງທີ 23.