ພະນະທ່ານ,
ໃນນາມປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ອົດສະຕຣາລີ ເນື່ອງໃນໂອກາດວັນຊາດ ອົດສະຕຣາລີ ຄົບຮອບ 232 ປີ.
ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ລາວ ແລະ ອົດສະຕຣາລີ ຕະຫຼອດໄລຍະ 67 ປີ ທີ່ຜ່ານມາ. ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນມາຍັງ ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໃຫ້ການສະນັບສະໜູນ ແລະ ຊ່ວຍເຫລືອໃຫ້ແກ່ ສປປ ລາວ ໃນຫລາຍຂະແຫນງການ ໂດຍສະເພາະ ດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ, ການລົງທຶນ ກໍຄື ການຊ່ວຍເຫລືອຕໍ່ເຫດໄພພິບັດນໍ້າຖ້ວມ ຢູ່ຫລາຍແຂວງຂອງລາວ ໃນປີ 2019 ທີ່ຜ່ານມາ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສອງປະເທດພວກເຮົາ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຢູ່ເວທີພາກພື້ນ ແລະ ສາກົນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນອົດສະຕຣາລີ ຈົ່ງມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
(ລາຍເຊັນ)
ບຸນຍັງວໍລະຈິດ
ພະນະທ່ານ ເດວິດ ເຮີເລ
ຜູ້ສຳເລັດຣາຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ
ທີ່ ແຄນເບີຣາ