ນະຄອນຫລວງວຽງຈັນ, ວັນທີ 7 ມິຖຸນາ 2019
ພະນະທ່ານ,
ໃນນາມ ປະຊາຊົນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຟີລິບປິນ ເພື່ອນມິດທຸກຖ້ວນໜ້າ, ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 121 ປີ.
ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມລະຫວ່າງສອງປະເທດພວກເຮົາທັງໃນຂອບສອງຝ່າຍແລະຫຼາຍຝ່າຍໄດ້ຮັບການສືບຕໍ່ຂະຫຍາຍຕົວໃນຫຼາຍໆດ້ານ ຕະຫຼອດໄລຍະຫຼາຍກວ່າ 6 ທົດສະວັດທີ່ຜ່ານມາ ແລະ ຫວັງວ່າຈະໄດ້ຮ່ວມເຮັດວຽກ ກັບພະນະທ່ານຢ່າງໃກ້ຊິດເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມໃນປະຈຸບັນ ໃຫ້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊ ມາຍັງ ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານອັນສູງສົ່ງຂອງ ພະນະທ່ານແລະ ຂໍໃຫ້ປະຊາຊົນ ຟີລິບປິນ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍລະຈິດ
ພະນະທ່ານ ໂຣດຣິໂກ ດູເຕິເຕ
ປະທານາທິບໍດີ ແຫ່ງ ສາທາລະນະລັດຟີລິບປິນ
ທີ່ ມະນີລາ
ນະຄອນຫຼວງວຽງຈັນ, ວັນທີ 6 ມິຖຸນາ 2019
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 121 ປີ ແຫ່ງສາທາລະນະລັດ ຟິລິບປິນ, ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນຟິລິບປິນ ເພື່ອນມິດທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຍ່າງຍິ່ງ ຕໍ່ສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ມີໝາກຜົນ ລະຫວ່າງ ສອງປະເທດພວກເຮົາ ທີ່ໄດ້ຮັບການພັດທະນາ ແລະ ການເອົາໃຈໃສ່ສົ່ງເສີມໃຫ້ຂະຫຍາຍຕົວ ໃນຫຼາຍດ້ານ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ. ຂ້າພະເຈົ້າ ມີຄວາມຍິນດີທີ່ຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ໃນໂອກາດຢ້ຽມຢາມທາງການປະເທດຟິລິບປິນ ຂອງຂ້າພະເຈົ້າ ໃນອານາຄົດອັນໃກ້ນີ້ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມດັ່ງກ່າວນັ້ນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງ ຂອງພະນະທ່ານ ແລະ ຂໍໃຫ້ປະເທດ ແລະ ປະຊາຊົນ ຟິລິບປິນ ສືບຕໍ່ໄດ້ຮັບຜົນສຳເລັດໃນການພັດທະນາປະເທດ ໃຫ້ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງ ເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ ໂຣດຣິໂກ ດູເຕິເຕ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ
ທີ່ມະນີລາ