ນະຄອນຫຼວງວຽງຈັນ, 26 ເມສາ 2019
ພະນະທ່ານ ຊາວີເອ ເບແຕນ
ນາຍົກລັດຖະມົນຕີ
ແຫ່ງ ຣາຊະອານາຈັກ ລຸກຊໍາບວກ
ທີ່ ລຸກຊໍາບວກ
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວດ້ວຍຄວາມເສົ້າໂສກເປັນຢ່າງຍິ່ງ ທີ່ໄດ້ຮັບຊາບຂ່າວການເຖິງແກ່ມໍລະນະກຳຂອງ Grand Duke Jean, ອະດີດເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ໃນວັນທີ 23 ເມສາ 2019.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງຈິງໃຈ ແລະ ຄວາມເຫັນອົກເຫັນໃຈຢ່າງສຸດຊື້ງ ມາຍັງລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ໂດຍສະເພາະຄອບຄົວລາຊະວົງຂອງ Grand Duke Jean.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຊອນ ອາແຊນບອນ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ
ແຫ່ງ ຣາຊະອານາຈັກ ລຸກຊໍາບວກ
ທີ່ລຸກຊໍາບວກ
ພວກຂ້າພະເຈົ້າມີຄວາມເສົ້າໂສກເປັນຢ່າງຍິ່ງທີ່ໄດ້ຮັບຊາບຂ່າວການເຖິງແກ່ມໍລະນະກຳຂອງGrand Duke Jean, ອະດີດເຈົ້າຊີວິດແຫ່ງຣາຊະອານາຈັກລຸກຊໍາບວກໃນວັນທີ 23 ເມສາ2019.
ໃນນາມລັດຖະບານແຫ່ງສປປລາວ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈອັນເລິກເຊິ່ງແລະສະແດງຄວາມເຫັນໃຈອັນຈິງໃຈມາຍັງລັດຖະບານແລະປະຊາຊົນລຸກຊໍາບວກກໍ່ຄືລາຊະວົງຂອງGrand Duke Jean, ທີ່ເປັນປະມຸກລັດທີ່ຍິ່ງໃຫຍ່ແລະເຄົາລົບຮັກຂອງປະຊາຊົນລຸກຊໍາບວກ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີການກະຊວງການຕ່າງປະເທດ