ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 23 ປີ, ໃນວັນທີ 1 ມີນາ, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງປະຊາຊົນ ລາວ ແລະ ປະຊາຊົນ ຂອງບັນດາປະເທດສະມາຊິກອາເຊັມ ທັງໝົດ.
ຕະຫຼອດໄລຍະແຫ່ງການດຳລົງຄົງຕົວ ມາເປັນເວລາ 23 ປີ, ອາເຊັມ ໄດ້ຜ່ານຂະບວນວິວັດເທື່ອລະກ້າວ ແລະ ໄດ້ກາຍເປັນເວທີສະເພາະ ແລະ ສໍາຄັນໜຶ່ງ ທີ່ເຊື່ອມຕໍ່ລະຫວ່າງອາຊີ ແລະ ເອີຣົບ ເພື່ອປຶກສາຫາລືທາງດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ ແລະ ການແລກປ່ຽນດ້ານວັດທະນະທໍາ-ສັງຄົມ ບົນພື້ນຖານຫຼັກການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ການເປັນຄູ່ຮ່ວມມືທີ່ເທົ່າທຽມກັນ ແລະ ມີຜົນປະໂຫຍດຮ່ວມກັນ ພ້ອມທັງຮ່ວມກັນປຶກສາຫາລືແກ້ໄຂບັນຫາສາກົນຕ່າງໆທີ່ເກີດຂຶ້ນ.
ໃນກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12 ທີ່ໄດ້ຈັດຂຶ້ນໃນເດືອນ ຕຸລາ 2018 ທີ່ ເມືອງບຣຸກແຊນ, ປະເທດ ແບນຊິກ, ບັນດາສະມາຊິກອາເຊັມ ໄດ້ຮັບຮອງເອົາ ຖະແຫຼງການຂອງປະທານກອງປະຊຸມສຸດຍອດອາເຊັມ ຄັ້ງທີ 12 ຊຶ່ງໄດ້ເນັ້ນໜັກເຖິງຄວາມສໍາຄັນ ໃນການສົ່ງເສີມການຮ່ວມມືຫຼາຍຝ່າຍ, ການຮັກສາລະບົບການຄ້າເສລີຂອງໂລກ ແລະ ຍົກສູງລະບົບການຄ້າ ບົນພື້ນຖານລະບຽບຫລັກການ ການຄ້າຫຼາຍຝ່າຍ ແລະ ມີຄວາມສົນໃຈຮ່ວມມືກັນ ເພື່ອເພີ່ມທະວີການເຊື່ອມຈອດແບບຍືນຍົງ ລະຫວ່າງອາຊີ ແລະ ເອີຣົບ ເພື່ອນໍາເອົາບັນດາປະເທດ, ປະຊາຊົນ ແລະ ສັງຄົມ ໃຫ້ໃກ້ຊິດກັນຂຶ້ນກວ່າເກົ່າ.
ນັບແຕ່ເຂົ້າເປັນສະມາຊິກອາເຊັມ ແຕ່ປີ 2004 ເປັນຕົ້ນມາ, ສປປ ລາວ ກໍ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ປະກອບສ່ວນເຂົ້າໃນກິດຈະກຳຕ່າງໆ ຂອງອາເຊັມຢ່າງຫ້າວຫັນ ແລະ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາເຊັມ ແລະ ຄູ່ຮ່ວມມື ເພື່ອຍົກສູງຄວາມສໍາຄັນ ແລະ ສະໜັບສະໜູນຂະບວນການຂອງອາເຊັມ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ. ເພື່ອເປັນການ ສະເຫຼີມສະຫຼອງວັນຄົບຮອບອາເຊັມ ຄົບຮອບ 23 ປີ, ສປປ ລາວ ມີແຜນຈັດກິດຈະກໍາຕ່າງໆ ແນໃສ່ສົ່ງເສີມ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ອາເຊັມ ໃຫ້ແກ່ ປະຊາຊົນລາວ ລວມທັງ ການຈັດປາຖະກະຖາ ກ່ຽວກັບ ການຮ່ວມມືອາເຊັມ ໃຫ້ແກ່ນັກສຶກສາ ຂອງມະຫາວິທະຍາແຫ່ງຊາດ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດສະມາຊິກອາເຊັມ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ໃນຖານະທີ່ເປັນສະມາຊິກອາເຊັມດ້ວຍກັນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ແລະ ຍາວນານ ລະຫວ່າງ ສອງພາກພື້ນອາຊີ-ເອີຣົບ ຈະຍິ່ງນັບມື້ນັບເພີ່ມທະວີຄວາມແໜ້ນແຟ້ນຂຶ້ນ ແລະ ກ້າວໄປສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງທະວີບ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ