ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈມາຍັງ ພະນະທ່ານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດພວກເຮົາ ຈົ່ງສືບຕໍ່ຈະເລີນກ້າວໜ້າ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ, ແລະ ປະຊາຊົນລາວ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ.
ຊາບາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາ
ກະສັດ ແຫ່ງ ລັດກູເວດ
ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈ ແລະ ອວຍພອນມາຍັງ ພະນະທ່ານ ຈົ່ງປະສົບຜົນສຳເລັດ. ຂ້າພະເຈົ້າ ຂໍອວຍພອນໃຫ້ປະເທດ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ ຈົ່ງສືບຕໍ່ຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືເປັນຢ່າງສູງ.
ນາວາຟ ອາລ ອາມັດ ອາລ ຈາເບີ ອາລ ຊາບາ
ອົງມົງກຸດຣາຊະກຸມມານ
ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຊົມເຊີຍສາຍພົວພັນມິດຕະພາບ ລະຫວ່າງ ກູເວດ ແລະ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ເພື່ອນມິດ, ພ້ອມທັງຢືນຢັນຄວາມປາຖະນາໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ແລະ ການຮ່ວມມືໃນຂະແໜງການຕ່າງໆ ລະຫວ່າງສອງປະເທດພວກເຮົາ ແລະ ຫວັງວ່າຈະພັດທະນາສາຍພົວພັນດັ່ງກ່າວໃຫ້ກ້າວໜ້າຕໍ່ໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍພອນໄຊອັນປະເສີດ,
ຈາເບີ ອາລ ມູບາຣັກ ອາລ ຮາມາດ ອາລ ຊາບາ
ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ