ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ລັດປາແລັດສະຕິນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈມາຍັງ ພະນະທ່ານ. ໃນໂອກາດດັ່ງກ່າວນີ້, ຂໍອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍປະເທດຊາດ ແລະ ປະຊາຊົນລາວເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນ. ພວກຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ພະນະທ່ານ ສຳລັບການສະໜັບສະໜູນ ແລະ ຄວາມສາມັກຄີທີ່ມີຕໍ່ປະຊາຊົນ ພວກຂ້າພະເຈົ້າ ໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ເພື່ອສ້າງຕັ້ງລັດເອກະລາດ ໂດຍມີ ເຈລູຊາເລມຕາເວັນອອກ ເປັນນະຄອນຫຼວງ ເຊິ່ງເປັນເມືອງທີ່ເອື້ອເຟື້ອເພື່ອແຜ່ ແລະ ສັນຕິພາບ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມສຸກຕະຫຼອດໄປ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດພວກເຮົາ ຈົ່ງສືບຕໍ່ພັດທະນາ ແລະ ວັດທະນະຖາວອນ.
ມາມູດ ອັບບາດ
ປະທານາທິບໍດີ ແຫ່ງ ລັດປາແລັດສະຕິນ,
ປະທານຄະນະກຳມາທິການອົງການປົດປ່ອຍ ປາແລ້ດສະຕິນ
-------------------------------------------------------------------------------
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມຍິນດີ ແລະ ສະແດງຄວາມຂອບໃຈ ທີ່ໄດ້ຮັບຈົດໝາຍຊົມເຊີຍຈາກ ພະນະທ່ານ ໃນໂອກາດຄົບຮອບວັນສະຖາປະນາ ລັດປາແລັດສະຕິນ.
ພ້ອມນີ້, ໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຈະມີຂຶ້ນໃນວັນທີ 02 ທັນວາ 2018 ນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ຂໍຖຶໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ບໍ່ມີມື້ແຕກສະຫຼາຍ ທີ່ມີມາ ລະຫວ່າງສອງປະເທດ ແລະ ຊາດຂອງພວກເຮົາ ຈະສືບຕໍ່ເຕີບໃຫຍ່ ແລະ ເພີ່ມທະວີຄວາມແຂງແກ່ນ ໃນຊຸມປີຕໍ່ໜ້າ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ດ້ວຍຄວາມນັບຖື,
ດຣ. ຣີອາດ ອາລ ມັລກີ
ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເຄື່ອນຍ້າຍຖິ່ນຖານ
ທີ່ ຣາມາລາ, ວັນທີ 02/12/2018