ນະຄອນຫຼວງວຽງຈັນ,25 ຕຸລາ 2018
ພະນະທ່ານ ອາເລັກຊານເດີ ວານ ແດ ແບເລນ
ປະທານາທິບໍດີແຫ່ງ ສາທາລະນະລັດ ໂອຕຼິດ
ທີ່ ນະຄອນຫຼວງວຽນ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂອຕຣິດ, ໃນນາມປະຊາຊົນ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນ ອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງພະນະທ່ານ ແລະປະຊາຊົນແຫ່ງສາທາລະນະລັດໂອຕຣິດ ທຸກຖ້ວນໜ້າ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ໂດຍຄວາມພະຍາຍາມຮ່ວມກັນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ມີມາລະຫວ່າງສອງປະເທດພວກເຮົາຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຍິ່ງໆຂຶ້ນໃນພາລະກິດອັນສູງສົ່ງຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ,
ບຸນຍັງ ວໍຣະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊນລາວ