ນະຄອນຫຼວງວຽງຈັນ, ວັນທີ 30 ມັງກອນ 2018
ພະນະທ່ານດຣ. ອັງເກລາ ແມກແກນ
ນາຍົກລັດຖະມົນຕີ
ແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ແບກແລັງ
ພະນະທ່ານ,
ເນື່ອງໃນໂອກາດຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ (31/1/1958- 31/1/2018), ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ, ຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທຸກຖ້ວນໜ້າ.
ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດຂອງພວກເຮົາ ແມ່ນມີບາດກ້າວຂະຫຍາຍຕົວ ແລະ ເພີ່ມທະວີຢ່າງໜັກແໜ້ນ. ໃນໄລຍະຜ່ານມາ ສສ. ເຢຍລະມັນ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາ ພັດທະນາເສດຖະກິດ ສັງຄົມ ຂອງ ສປປ ລາວ. ຂ້າພະເຈົ້າຕີລາຄາສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າດັ່ງກ່າວ ແລະ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການເສີມຂະຫຍາຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ສອງຊາດພວກເຮົາ, ເພື່ອສັນຕິພາບ, ການຮ່ວມມືຢູ່ໃນພາກພື້ນ ແລະ ໃນໂລກ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດພວກເຮົາຢ່າງສຳເລັດຜົນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານຊິກມາ ກາບບຣຽນ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ
ທີ່ແບກແລັງ
ພະນະທ່ານ,
ເນື່ອງໃນໂອກາດຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ (31/1/11958 – 31/1/2018), ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດ ເຢຍລະມັນ ຈົ່ງມີສຸກຂະພາບແຂງແຮງ ແລະ ຄວາມຜາສຸກ.
ຂ້າພະເຈົ້າມີຄວາມຊົມຊື່ນຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດຂອງພວກເຮົາມີການຂະຫຍາຍຕົວຕະຫຼອດມາ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າ ຂອງລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນການພັດທະນາເສດຖະກິດ ສັງຄົມ ໃນອະດີດກໍ່ຄືໃນປັດຈຸບັນ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດພວກເຮົາ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍກໍຄືສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ພັດທະນາໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍອວຍພອນໃຫ້ພະນະທ່ານຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນສູງສົ່ງຂອງພະນະທ່ານ ແລະ ຮ່ວມກັນສະເຫຼີມສະຫຼອງ60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດພວກເຮົາຢ່າງສຳເລັດຜົນ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ