ຈາກ: ປະທານາທິບໍດີ ແຫ່ງ ສາທາລະນະລັດ ກາເມຣູນ
ຢາອຸນເດ
ເຖິງ: ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ພະນະທ່ານ,
ການສະເຫຼີມສະຫຼອງວັນຊາດຂອງປະເທດຂອງ ພະນະທ່ານ ໃນວັນທີ 2 ທັນວາ ໄດ້ສ້າງບັນຍາກາດອັນເບີກ ບານມ່ວນຊື່ນ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນຢ່າງຈິງໃຈ ມາຍັງ ພະນະທ່ານ ແລະ ອວຍພອນໃຫ້ປະຊາຊົນລາວ ຈົ່ງມີແຕ່ຄວາມສຸກ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ໂປນ ບິຢາ