ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄຳຊົມເຊີຍອັນຈິງໃຈມາຍັງພະນະທ່ານ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊໃຫ້ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດພວກເຮົາ ຈົ່ງສືບຕໍ່ຈະເລີນກ້າວໜ້າ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ມີຄວາມຜາສຸກ, ພ້ອມດຽວກັນນີ້ ກໍຂໍອວຍພອນໃຫ້ປະເທດຊາດ ແລະ ປະຊາຊົນລາວ ຈົ່ງມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນ.
ດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ.
ຊາບາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາ
ກະສັດ ແຫ່ງ ລັດກູເວດ