ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂ້າພະເຈົ້າມີຄວາມຍິນດີຂໍສົ່ງຄຳອວຍພອນ ແລະ ຄວາມປາຖະໜາດີຢ່າງຈິງໃຈ ເພື່ອທ່ານປະທານປະເທດ ມີພະລານາໄມສົມບູນ ແລະ ປະສົບຄວາມສຸກສະຫວັດ ທັງເພື່ອຄວາມຈະເລີນກ້າວໜ້າຂອງປະຊາຊົນ ແລະ ຄວາມວັດທະນາຖາວອນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງແນ່ແທ້ວ່າ ການຮ່ວມມືຊ່ວຍເຫຼືອເກື້ອກູນລະຫວ່າງກັນໃນກິດຈະການດ້ານຕ່າງໆ ຈະຊ່ວຍເສີມສ້າງສຳພັນໄມຕີ ລະຫວ່າງປະເທດ ແລະ ປະຊາຊົນຂອງເຮົາທັງສອງໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງຂຶ້ນຕໍ່ໄປ.
(ພະປະຣາມາພິໄທ) ມະຫາວະຊີຣາລົງກອນ ບໍດິນທຣະເທບພະຍະວະຣາງກູນ
ແຫ່ງ ຣາຊະອານາຈັກໄທ
-----------------------------------------------------------------------------
ພະນະທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ໃນປີນີ້. ໃນນາມຂອງລັດຖະບານ ແຫ່ງ ຣາຊະອານາຈັກໄທ ແລະ ປະຊາຊົນຊາວໄທ ຂ້າພະເຈົ້າ ຂໍສະແດງຄວາມຍິນດີຕໍ່ ພະນະທ່ານ ແລະ ປະຊາຊົນຊາວລາວ ທີ່ໄດ້ຮ່ວມກັນພັດທະນາປະເທດ ໃຫ້ຈະເລີນກ້າວໜ້າໃນທຸກດ້ານ. ໃນໂອກາດນີ້ ຂ້າພະເຈົ້າ ແລະ ປະຊາຊົນຊາວໄທ ຂໍອຳນວຍພອນໃຫ້ ພະນະທ່ານ ແລະ ປະຊາຊົນລາວ ປະສົບຄວາມຜາສຸກ ແລະ ວັດທະນາຖາວອນ ຮ່ວມກັນສານຕໍ່ມິດຕະພາບອັນແໜ້ນແຟ້ນຍືນຍົງ ລະຫວ່າງລັດຖະບານ ແລະ ປະຊາຊົນຂອງເຮົາທັງສອງສືບຕໍ່ໄປ.
ຂໍສະແດງຄວາມນັບຖື,
ພົນເອກ ປຣະຍຸດ ຈັນໂອຊາ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
-----------------------------------------------------------------------------
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ ຂ້າພະເຈົ້າ ຂໍສະແດງຄວາມຍິນດີຢ່າງຈິງໃຈ ມາຍັງ ພະນະທ່ານ ແລະ ປະຊາຊົນຊາວລາວ ທີ່ໄດ້ຮ່ວມແຮງໃຈນຳພາປະເທດໃຫ້ໝັ້ນຄົງໃນທຸກດ້ານ. ຂ້າພະເຈົ້າ ຂໍສົ່ງຄວາມປາດຖະໜາດີ ແລະ ຂໍອວຍພອນໃຫ້ ພະນະທ່ານ ລັດຖະບານ ແລະ ພີ່ນ້ອງຊາວລາວປະສົບແຕ່ຄວາມສຸກ ຄວາມຈະເລີນ ແລະ ຮ່ວມກັນພັດທະນາປະເທດ ແລະ ພາກພື້ນ ໃຫ້ມີສະເຖຍລະພາບ ໝັ້ນຄົງ ມັ່ງມີ ແລະ ຍືນຍົງສືບຕໍ່ໄປ.
ຂໍສະແດງຄວາມນັບຖື,
ດອນ ປະຣະມັດວິໄນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ