ນະຄອນຫລວງວຽງຈັນ, ວັນທີ 14 ພະຈິກ 2017
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວ ກ່ຽວກັບເຫດແຜ່ນດິນໄຫວຢ່າງຮຸນແຮງ ທີ່ເກີດຂຶ້ນຢູ່ທາງພາກຕາເວັນຕົກສຽງເໜືອຂອງຊາຍແດນ ອີຣ່ານ-ອີຣັກ ໃນວັນທີ 13 ພະຈິກ 2017, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິດສະລາມ ອີຣ່ານ, ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານບວກກັບການຊ່ວຍເຫຼືອຈາກວົງຄະນາຍາດສາກົນ, ລັດຖະບານ ແລະ ປະຊາຊົນ ອີຣ່ານ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດໃນຄັ້ງນີ້ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ໂມຮຳມັດ ຈາວາດ ຊາຣີຟ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ອິດສະລາມ ອີຣ່ານ
ທີ່ເຕຣານ
ນະຄອນຫລວງວຽງຈັນ, ວັນທີ 14 ພະຈິກ 2017
ພະນະທ່ານ,
ຂ້າພະເຈົ້າໄດ້ຊາບຂ່າວ ກ່ຽວກັບເຫດແຜ່ນດິນໄຫວຢ່າງຮຸນແຮງ ທີ່ເກີດຂຶ້ນຢູ່ທາງພາກຕາເວັນຕົກສຽງເໜືອຂອງຊາຍແດນ ອີຣ່ານ-ອີຣັກໃນວັນທີ 13 ພະຈິກ 2017, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫລວງຫລາຍ.
ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນໃຈໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ອີຣັກ, ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງລັດຖະບານບວກກັບການຊ່ວຍເຫຼືອຈາກວົງຄະນາຍາດສາກົນ, ລັດຖະບານ ແລະ ປະຊາຊົນ ອີຣັກ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດໃນຄັ້ງນີ້ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫລີມໄຊກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ດຣ.ອີບຣາຮີມ ອາລ-ຈາຟາຣີ
ລັດຖະມົນຕີ ແຫ່ງ ສາທາລະນະລັດ ອີຣັກ
ທີ່ແບກແດດ