ໃນວັນທີ 08 ພະຈິກ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມາເລຍ ອາລີເຊຍ ຄູດໂຊນີ ເດ ຊອນສ໌ເຈອິນ (Maria Alicia Cuzzoni de Sonschein), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກຊັງຕີນ ຄົນໃໝ່ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ບາງກອກ, ປະເທດໄທ.
ໃນໂອກາດນີ້, ທ່ານລັດຖະມົນຕີຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ມາເລຍ ອາລີເຊຍ ຄູດໂຊນີ ເດ ຊອນສ໌ເຈອິນໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ.ອາກຊັງຕີນ ຄົນໃໝ່ ປະຈໍາ ສປປ ລາວ, ພ້ອມທັງໄດ້ຕີລາຄາສະພາບສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ - ສ.ອາກຊັງຕີນ ວ່າ ມີການພົວພັນກັນຢ່າງເປັນປົກກະຕິ ເຖິງແມ່ນວ່າສອງປະເທດມີທີ່ຕັ້ງດ້ານພູມສາດຢູ່ຫ່າງໄກກັນ ແລະ ການຮ່ວມມືສອງຝ່າຍຍັງບໍ່ທັນມີອັນໃດເປັນຮູບປະທໍາຫຼາຍ, ແຕ່ໃນໄລຍະຜ່ານມາ, ສອງປະເທດ ໄດ້ບັນລຸການເຊັນສັນຍາຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ໃນປີ 2002, ການປຶກສາຫາລືທາງການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ ໃນປີ 2014 ຊຶ່ງທັງສອງຝ່າຍຈະໄດ້ສືບຕໍ່ເສີມຂະຫຍາຍໃຫ້ແຕກດອກອອກຜົນຍິ່ງຂຶ້ນ. ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ຢືນຢັນວ່າ ໃນການປະຕິບັດໜ້າທີ່ການທູດຂອງທ່ານໃນຄັ້ງນີ້ຈະປະກອບສ່ວນທຸກຄວາມສາມາດຂອງຕົນ ເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນ ແລະຮ່ວມມືສອງຝ່າຍ ກໍຄືການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ.
ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການພົວພັນຮ່ວມມື ແລະ ການສະໜັບສະໜູນ ໃນການພັດທະນາປະເທດ ກໍຄື ການເຊື່ອມໂຍງກັບປະຊາຄົມພາກພື້ນ ແລະ ສາກົນ, ການພັດທະນາຊັບພະຍາກອນມະນຸດ, ວິຊາສະເພາະດ້ານກະສິກໍາ ແລະ ໃຫ້ທຶນການສຶກສາແກ່ນັກສຶກສາລາວ ເພື່ອໄປສຶກສາຕໍ່ທີ່ອາກຊັງຕີນ ໃນອານາຄົດ. ພ້ອມດຽວກັນນັ້ນ, ກໍຊຸກຍູ້ໃຫ້ມີການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ແລະ ປະຊາຊົນຂອງສອງປະເທດ ສົ່ງເສີມການຄ້າລະຫວ່າງປະເທດແລະ ຊຸກຍູ້ໃຫ້ນັກທຸລະກິດອາກຊັງຕີນມາລົງທຶນຢູ່ ສປປ ລາວ.
ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປ ລາວ ຢ່າງຈົບງາມ.