ໂທລະເລກສະແດງຄວາມເຫັນໃຈ
ເຖິງ: ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ທີ່ນະຄອນຫຼວງຮ່າໂນ້ຍ
ສະຫາຍທີ່ນັບຖື,
ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ແລະ ເປັນຫ່ວງເປັນໄຍກ່ຽວກັບເຫດການຝົນຕົກໜັກຢ່າງລຽນຕິດ ເຮັດໃຫ້ເກີດມີນໍ້າຖ້ວມ, ນໍ້າຊຸ, ດິນເຊາະເຈື່ອນ ຢູ່ບັນດາແຂວງພາກເໜືອຂອງຫວຽດນາມໃນຊ່ວງເດືອນທີ່ຜ່ານມາ, ຊຶ່ງໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຫວຽດນາມອ້າຍນ້ອງກໍ່ຄືພື້ນຖານໂຄງລ່າງ ຢູ່ບັນດາແຂວງພາກເໜືອຂອງ ສສ. ຫວຽດນາມ ໂດຍສະເພາະແມ່ນແຂວງດ້ຽນບຽນ, ເຊີນລາ, ອ່ຽນບາຍ. ເຖິງວ່າຝົນຈະເຊົາຕົກແລ້ວແຕ່ຜົນກະທົບ ແລະ ເຫດການນ້ຳຖ້ວມ, ນໍ້ຊຸ, ດິນເຊາະເຈື່ອນຍັງຂະຫຍາຍກວ້າງອອກ.
ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງຈິງໃຈມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງພັກ, ລັດຖະບານຫວຽດນາມທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນຫວຽດນາມອ້າຍນ້ອງຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງວຽງຈັນ, ວັນທີ11 ສິງຫາ 2017
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ