ພະນະທ່ານ ເດີມີຕຼີ ເມດເວຍເດບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ນະຄອນຫຼວງມົດສະກູ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມໂສກເສົ້າຢ່າງໃຫຍ່ຫຼວງ ຕໍ່ເຫດການລົມພະຍຸ ທີ່ໄດ້ພັດຜ່ານນະຄອນຫຼວງມົດສະກູ, ໃນຕອນແລງ ວັນທີ 29 ພຶດສະພາ 2017, ອັນໄດ້ເຮັດໃຫ້ປະຊາຊົນຈຳນວນໜຶ່ງສູນເສຍຊີວິດ ແລະ ໄດ້ຮັບບາດເຈັບຈຳນວນຫລວງຫລາຍ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈຢ່າງສຸດຊື້ງ ແລະ ເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງ ພະນາທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສະຫະພັນ ຣັດເຊຍ, ໂດຍສະເພາະຕໍ່ຄອບຄົວຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດທາງທໍາມະຊາດ ໃນຄັ້ງນີ້. ຂ້າພະເຈົ້າເຊື່ອຫມັ້ນວ່າ ພາຍໃຕ້ການນໍາພາຂອງ ພະນະທ່ານ ສະຖານະການດັ່ງກ່າວໃນຄັ້ງນີ້ ຈະກັບຄືນສູ່ສະພາບປົກກະຕິໂດຍໄວ.
ທອງລຸນ ສີສຸລິດ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ