ພະນະທ່ານ ເອດູອາກຟີລິບ,
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຝຣັ່ງ
ທີ່ ປາຣີ
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ຝຣັ່ງ ຄົນໃໝ່, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງພະນະທ່ານ ແລະ ຄະນະລັດຖະບານຝຣັ່ງ ຈົ່ງມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ຝຣັ່ງ ຈະໄດ້ຮັບການເສີມຂະຫຍາຍໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ, ກໍຄືເພື່ອສັນຕິພາບໂລກ ແລະ ການຮ່ວມມືສາກົນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2017
------------------------------------------------------------------------------------------------------------------------------
ພະນະທ່ານຊັງອິວ ເລີ ດຼຽງ,
ລັດຖະມົນຕີກິດຈະການເອີຣົບ ແລະ ການຕ່າງປະເທດ ແຫ່ງ ສາທາລະນະລັດ ຝຣັ່ງ
ທີ່ປາຣີ
ພະນະທ່ານ,
ເນື່ອງໃນໂອກາດທີ່ພະນະທ່ານ ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກິດຈະການເອີຣົບ ແລະ ການຕ່າງປະເທດ ແຫ່ງ ສາທາລະນະລັດ ຝຣັ່ງ ຄົນໃໝ່, ຂ້າພະເຈົ້າ ຂໍຖືເປັນກຽດ ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຝຣັ່ງ ຈະໄດ້ ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດຂອງພວກເຮົາ ກໍຄືສັນຕິພາບໂລກ ແລະ ການຮ່ວມມືເພື່ອການພັດທະນາ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2017