ພະນະທ່ານປີເຕີ ໂກສກຣົບ
ຜູ້ສຳເລັດຣາຊະການແຫ່ງເຄືອຈັກກະພົບ ອົດສະຕຣາລີ
ທີ່ ແຄນເບີຣາ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດອົດສະຕຣາລີ ຄົບຮອບ 229 ປີ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໄດ້ຄົບຮອບ 65 ປີ ໃນປີ 2017. ລັດຖະບານແລະປະຊາຊົນລາວຕີລາຄາສູງແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອແລະການສະໜັບສະໜູນຂອງລັດຖະບານແລະປະຊາຊົນອົດສະຕຣາລີໃຫ້ແກ່ສປປລາວຕະຫຼອດໄລຍະທີ່ຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຂ້າພະເຈົ້າ ມີຄວາມ ເຊື່ອໝັ້ນວ່າສາຍພົວພັນ ແລະ ການຮ່ວມມືທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ກ້າວຂຶ້ນສູ່ລະດັບໃໝ່ ໃນຊຸ່ມປີຂ້າງໜ້າ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງພະນະທ່ານ ແລະ ຂໍອວຍພອນໄຊປີໃໝ່ອັນປະເສີດມາຍັງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ2017
-----------------------------------------------------------------------
ພະນະທ່ານ ມານຄອມ ເທີນບູນ
ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ
ທີ່ ແຄນເບີຣາ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດອົດສະຕຣາລີ ຄົບຮອບ 229 ປີ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ຕະຫຼອດເວລາ 65 ປີທີ່ຜ່ານມາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນຫຼາຍດ້ານ. ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງ ແລະ ຂໍສະແດງຄວາມຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ. ຂ້າພະເຈົ້າຫວັງວ່າຈະໄດ້ສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຫວັງວ່າຈະໄດ້ພົບປະກັບພະນະທ່ານ ໃນກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ໃນປີ 2018 ທີ່ ອົດສະຕຣາລີ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ, ວັນທີ 24 ມັງກອນ 2017