ພະນະທ່ານ ເຊີເກ ລາວະຣົບ,
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ມົດສະກູ
ພະນະທ່ານ,
ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ທ່ານ ອັນເດຣ ກາລົບ, ເອກອັກຄະລັດຖະທູດ ແຫ່ງ ສະຫະພັນຣັດເຊຍ ປະຈຳ ສາທາລະນະລັດ ຕວກກີ ໄດ້ຖືກຄາດຕະກຳຢ່າງໂຫດຫ້ຽມ ໃນວັນທີ 19 ທັນວາ 2016, ໃນຂະນະທີ່ປະຕິບັດໜ້າທີ່ ໃນການກ່າວຄຳປາໃສຢູ່ງານວາງສະແດງຮູບພາບ ຢູ່ນະຄອນ ຫລວງ ອັງກາຣາ.
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳກໍ່ການຮ້າຍກັບນັກການທູດ ຂອງ ສະຫະພັນ ຣັດເຊຍ ດັ່ງກ່າວ, ອັນເປັນການແນໃສ່ທຳລາຍບັນຍາກາດສາຍພົວພັນອັນດີ ລະຫວ່າງ ຣັດເຊຍ ແລະ ຕວກກີ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ເຫັນອົກເຫັນໃຈມາຍັງພະນະທ່ານ ກໍ່ຄື ປະຊາຊົນ ຣັດເຊຍ, ຄອບຄົວ ແລະ ຍາດຕິພີ່ນ້ອງ ຂອງ ທ່ານ ອັນເດຣ ກາລົບ ມານະໂອກາດນີ້ດ້ວຍ.
ຂໍສະແດງຄວາມນັບຖືຢ່າງສູງມາຍັງພະນະທ່ານ.
ສະເຫລີມໄຊ ກົມມະສິດ,
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ