ໃນວັນທີ 8 ກັນຍາ 2017, ຢູ່ທີ່ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ລະຫວ່າງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງ 3 ບ້ານ. ບ້ານຜາຕັ້ງ, ບ້ານວັງໂພ ແລະ ບ້ານແກ່ວກ້ວາງ ເມືອງວັງວຽງ, ແຂວງວຽງຈັນ.
ເປັນກຽດມອບໂດຍທ່ານ ນາງ ອາລູນີ ກົມມະສິດ, ພັນລະຍາທ່ານລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ນາຍບ້ານຈາກ 3 ບ້ານ ໂດຍການເປັນສັກຂີພະຍານຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ຈາກ 3 ບ້ານຢ່າງພ້ອມພຽງ.
ໃນຕອນແລງຂອງວັນສຸກ, ວັນທີ 1 ກັນຍາ 2017 ໜ່ວຍກຳມະບານສະຖານທູດລາວ ທີ່ ມົດສະກູ ໄດ້ອອກແຮງງານອານະໄມລວມ ພາຍໃນສະຖານທູດ ເພື່ອຂ່ຳນັບຮັບຕ້ອນ ວັນສຳຄັນຕ່່າງໆຂອງຊາດ
ໃນວັນທີ 04 ສິງຫາ 2017 ທີ່ຜ່ານມາ, ຊາວໜຸ່ມ ກົມການຂ່າວ ແລະ ຊາວໜຸ່ມ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ສ້າງກິດຈະກຳກິລາບານເຕະມິດຕະພາບຮ່ວມກັນຂຶ້ນ, ທີ່ ເດີ່ນເຕະບານ ໂຮງຮຽນ ວຽງຈັນ-ຮ່າໂນ້ຍ, ນະຄອນຫລວງວຽງຈັນ, ເພື່ອສ້າງຄວາມສາມັກຄີພາຍໃນ ລະຫວ່າງ ບັນດາອ້າຍນ້ອງຊາວໜຸ່ມຈາກ ກົມການຂ່າວ ແລະ ສະຖາບັນການຕ່າງປະເທດ ກໍຄື ຊາວໜຸ່ມກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ແລະ ກໍເປັນການອອກກຳລັງກາຍເພື່ອສຸຂະພາບ ອີກດ້ວຍ.