ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ ແລະ ເພື່ອເປັນການຂຳ່ນັບຮັບຕ້ອນວັນສຳຄັນຕ່າງໆຂອງລາວເຮົາ, ໃນຕອນບ່າຍຂອງວັນທີ 31 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມສຳມະນາ ກ່ຽວກັບ ຜົນດີ ແລະ ຜົນຮ້າຍຂອງການນຳໃຊ້ສື່ສັງຄົມອອນລາຍ ຕໍ່ການປະຕິບັດວຽກງານ ກໍຄືການດຳລົງຊີວິດປະຈຳວັນ, ໂດຍການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ແລະ ໃຫ້ກຽດຂຶ້ນບັນຍາຍໂດຍທ່ານວິທະຍາກອນ ຈາກ 3 ພາກສ່ວນຄື: ກະຊວງການຕ່າງປະເທດ, ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ ແລະ ກະຊວງປ້ອງກັນຄວາມສະຫງົບ. ພ້ອມນັ້ນ ກໍມີຜູ້ຕາງໜ້າຈາກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ບັນດາສະມາຊິກຊາວໜຸ່ມກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອເຮັດໃຫ້ບັນດາສະມາຊິກຊາວໜຸ່ມ ກໍຄືພະນັກງານສືທອດຂອງກະຊວງການຕ່າງປະເທດ ຮູ້ໄດ້ເຖິງ ຜົນດີ ແລະ ຜົນຮ້າຍຂອງການບໍລິໂພກຂ່າວສານ ຜ່ານທາງສື່ສັງຄົມອອນລາຍ, ແລະ ໃຫ້ຮູ້ເຖິງການນຳໃຊ້ສື່ອອນລາຍ ຢ່າງຖືກວິທີ ແລະ ມີການໄຕ່ຕອງ ແລະ ເພື່ອຮັບໃຊ້ໃຫ້ແກ່ວຽກງານການຕ່າງປະເທດ ແລະ ຊີວິດປະຈຳວັນໃຫ້ແທດເໝາະ.
ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການຂຶ້ນບັນຍາຍ ໃນ 3 ຫົວຂໍ້ໃຫຍ່ຄື: 1) ຫົວຂໍ້: “ຜົນດີ-ຜົນຮ້າຍຂອງການນຳໃຊ້ສື່ສັງຄົມອອນລາຍ ຕໍ່ກັບວຽກງານການຕ່າງປະເທດ” ໂດຍ ທ່ານ ພອນທະວີ ບຸດດາລາ, ຫົວໜ້າກົມການຂ່າວ, ກະຊວງການຕ່າງປະເທດ; 2) ຫົວຂໍ້: “ການນຳໃຊ້ສື່ສັງຄົມອອນລາຍ ໃຫ້ຖືກຕ້ອງ ແລະ ຖືກວິທີ” ໂດຍ ທ່ານ ສີສັນ ປອງນະທີ, ຮອງຫົວໜ້າສູນສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງຄອມພິວເຕີ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ, ກະຊວງໄປສະນີ, ໂທລະຄົມ ແລະ ການສື່ສານ; ແລະ 3) ຫົວຂໍ້: “ຜົນດີ-ຜົນເສຍຂອງການນຳໃຊ້ສື່ສັງຄົມອອນລາຍ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບ” ໂດຍ ທ່ານ ພັນຕີ ເພັດສະໝອນ ສີລິວົງ, ຫົວໜ້າເຕັກນິກ ໂຄງການຕ້ານໂຈລະກຳຜ່ານທາງອິນເຕີເນັດ, ກະຊວງປ້ອງກັນຄວາມສະຫງົບ. ໃນໂອກາດດັ່ງກ່າວ, ແຕ່ລະພາກສ່ວນ ໄດ້ຍົກໃຫ້ເຫັນເຖິງ ວິທີການນຳໃຊ້ສື່ອອນລາຍທີ່ຖືກຕ້ອງ ເຂົ້າໃນວຽກງານຂອງຕົນ ເພື່ອໃຫ້ເກີດຜົນປະໂຫຍດຕາມມາ, ພ້ອມທັງຍົກໃຫ້ເຫັນເຖິງ ໂທດຂອງສື່ສັງຄົມອອນລາຍ ຖ້າຫາກນຳໃຊ້ບໍ່ຖືກວິທີ.
ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ມີການສົນທະນາ ແລກປ່ຽນຄຳຄິດຄຳເຫັນ ຂອງບັນດາຜູ້ເຂົ້າຮ່ວມແລະ ມີການສະຫຼຸບຕີລາຄາຂອງປະທານກອງປະຊຸມ, ໂດຍໄດ້ເນັ້ນໃຫ້ສະມາຊິກຊາວໜຸ່ມ ກໍຄືພະນັກງານກະຊວງການຕ່າງປະເທດ ມີສະຕິສູງ ໃນການໝູນໃຊ້ສື່ອອນລາຍຕ່າງໆ ເຂົ້າໃນການປະຕິບັດວຽກງານ ກໍຄືການດຳລົງຊີວິດປະຈຳວັນ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ.