ໃນຕອນບ່າຍ ວັນທີ 20ກຸມພາ 2018, ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນ ກຳມະບານລາວ ຄົບຮອບ 62ປີ (01/02/1956–01/02/2018), ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີມູນ ອຸ່ນລາສີ, ຮອງປະທານສູນກາງສະຫະພັນກຳມະບານລາວ, ມີບັນດາຄະນະພັກ, ຄະນະນຳ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ - ລັດຖະກອນ ທົ່ວກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຈຳນວນ 300 ກວ່າທ່ານ.
ໃນວັນທີ 12 ມັງກອນ 2018, ສະຖານເອກອັກຄະລັດຖະທູດ ນຳໂດຍທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສິງກະໂປ ໄດ້ນຳພາພະນັກງານສະຖານທູດ ເຂົ້າຮ່ວມພິທີເປີດການເປັນປະທານອາຊຽນຂອງ ສິງກະໂປ ປະຈຳປີ 2018 ຮ່ວມກັບບັນດເອກອັກຄະລັດຖະທູດ ຂອງ ສະຖານເອກອັກຄະລັດຖະທູດ ປະເທດສະມາຊິກອາຊຽນ, ເຊິ່ງຈັດໂດຍກະຊວງການຕ່າງປະເທດສິງກະໂປ, ແຕ່ວັນທີ 12 – 14 ມັງກອນ 2018 ຂຶ້ນທີ່ສວນສາທາລະນະ Bishan, ໂດຍການເປັນປະທານ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ Lee Hsien Loong, ນາຍົກລັດຖະມົນຕີ ແລະ ຄະນະລັດຖະບານສິກະໂປ.