ທ່ານ ພົງສະຫວັດ ບຸບຜາ, ອະດີດລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມປະຊຸມເວທີປະຊາທິປະໄຕບາຫຼີ ຄັ້ງທີ 9 “Bali Democracy Forum (BDF)”ພາຍໃຕ້ຫົວຂໍ້ "ສາດສະໜາ, ປະຊາທິປະໄຕ ແລະ ຄວາມຫຼາກຫຼາຍ", ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 8-9 ທັນວາ 2016, ທີ່ ບາຫຼີ, ສາທາລະນະລັດ ອິນໂດເນເຊຍ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີຄະນະຜູ້ແທນທີ່ມາຈາກ 96 ປະເທດ, ໃນນັ້ນລວມມີ ບັນດາປະເທດໃນພາກພື້ນອາຊີປາຊີຟິກ ຕະຫຼອດຮອດ ເອີຣົບ, ອາເມລິກາ ແລະ ອາຟຣິກາ.
ຫົວໜ້າຄະນະຜູ້ແທນລາວ ໄດ້ເປັນກຽດຂຶ້ນກ່າວບົດຄໍາເຫັນ ໃນພາກອະຟິປາຍທົ່ວໄປ. ທໍາອິດ ທ່ານໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເສົ້າສະຫຼົດໃຈຢ່າງຈິງ ແລະ ເຫັນອົກເຫັນໃຈ ຕໍ່ລັດຖະບານ ອິນໂດເນເຊຍ ແລະ ຜູ້ຖືກເຄາະຮ້າຍຈາກເຫດການແຜ່ນດິນໄຫວຢູ່ ແຂວງ ອາເຈ (Aceh) ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນອິນໂດເນເຊຍ ທີ່ດໍາລົງຊີວິດຢູ່ແຂວງດັ່ງກ່າວ.
ຫົວໜ້າຄະນະຜູ້ແທນລາວ ໄດ້ໃຫ້ທັດສະນະວ່າ ສາດສະຫນາ, ປະຊາທິປະໄຕ ແລະ ຄວາມຫຼາກຫຼາຍແມ່ນຄ່ານິຍົມທີ່ມີລັກສະນະສາກົນ ບົນພື້ນແຫ່ງຄວາມສະໝັກໃຈທີ່ສະແດງອອກຕາມຄວາມມຸ້ງຫວັງ ຂອງປະຊາຊົນ ໃນການກໍານົດສາດສະຫນາ, ລະບົບການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ຂອງຕົນເອງ ແລະ ການມີສ່ວນຮ່ວມຢ່າງເຕັມທີ່ໃນທຸກດ້ານຂອງການເຄື່ອນໄຫວດໍາລົງຊີວິດຂອງຕົນ. ນອກນັ້ນ, ຫົວໜ້າຄະນະຜູ້ແທນລາວ ໄດ້ຢືນຢັນວ່າ ປະຊາທິປະໄຕທີ່ແທ້ຈິງຄວນເບິ່ງວ່າປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເມື່ອປະເທດໃດປະເທດໜຶ່ງຮັກສາຄ່ານິຍົມທີ່ວ່າ ລັດຖະບານຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ນັ້ນໝາຍເຖິງລະບົບປະຊາທິປະໄຕທີ່ແທ້ຈິງ ໂດຍບໍ່ຂຶ້ນກັບວ່າຈະເປັນລະບົບການເມືອງ, ລະບົບພັກ ຫຼື ລະບົບການເລືອກຕັ້ງ ທີ່ປະເທດນັ້ນຮັບຮອງເອົາ.
ທ່ານຍັງໄດ້ຍົກໃຫ້ເຫັນຕື່ມອີກວ່າ ລາວ ມີປະສົບການໃນການເຄື່ອນໄຫວເຕົ້າໂຮມສາດສະໜາ, ເຊິ່ງສະແດງອອກຜ່ານແນວລາວຮັກຊາດ, ປະຈຸບັນຮຽກວ່າ ແນວລາວສ້າງຊາດ ມີພາລະບົດບາດສໍາຄັນໃນການເຕົ້າໂຮມປະຊາຊົນລາວບັນດາເຜົ່າທຸກສາດສະໜາ ແລະ ຊັ້ນຄົນ ໃນທົ່ວປະເທດ ເຂົ້າຮ່ວມ
ການເຄື່ອນໄຫວຕໍ່ສູ້ກັບພວກລ່າເມືອງຂຶ້ນ, ເພື່ອຍາດແຍ່ງເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບຂັ້ນພື້ນຖານ. ການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນໃນທຸກສາດສະໜາ, ລວມທັງຜູ້ທີ່ບໍ່ຖືສາດສະໜາ ສາມາດນໍາເອົາໄຊຊະນະມາສູ່ກໍາມືຂອງປະຊາຊົນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຢ່າງສໍາເລັດຜົນ ໃນວັນທີ 2 ທັນວາປີ 1975.ມາຮອດປະຈຸບັນ, ຄວາມຫຼາກຫຼາຍຂອງປະຊາຊົນບັນດາເຜົ່າໄດ້ຍັງຄົງໄດ້ຮັບການປົກປັກຮັກສາ ແລະ ຄວາມເຊື່ອຂອງປະຊາຊົນ ໃນສາດສະຫນາ ຕະຫຼອດຮອດການເຄື່ອນໄຫວຊີວິດປະຈໍາວັນຂອງເຂົາເຈົ້າ ໄດ້ຮັບການປົກປ້ອງຈາກລັດຖະທໍາມະນູນ ແລະ ກົດໝາຍ ຢູ່ໃນ ສປປ ລາວ.
ກອງປະຊຸມເວທີປະຊາທິປະໄຕບາຫຼີໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2008 ໂດຍ ທ່ານ ດຣ H. Susilo Bambang Yudhoyono, ອະດີດປະທານປະເທດຂອງສາທາລະນະລັດອິນໂດເນເຊຍ, ເຊິ່ງມີຈຸດປະສົງເພື່ອສົ່ງເສີມການພັດທະນາປະຊາທິປະໄຕໃນພາກພື້ນ. ການສົນທະນາປຶກສາຫາລືໃນກອງປະຊຸມເວທີປະຊາທິປະໄຕບາຫຼີ ແມ່ນບົນພື້ນຖານການເປີດກວ້າງ, ການອະຟິປາຍແບບສ້າງສັນ, ແລະ ການແລກປ່ຽນປະສົບການຈາກແຕ່ລະປະເທດ.