ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ສຳເລັດຣາຊະການ ແຫ່ງ ການາດາ

 

20201130 LaoAmToUSA

 

ໃນຕອນບ່າຍຂອງວັນທີ 30 ພະຈິກ 2020ທີ່ສະຖານເອກອັຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງວໍຊິງຕັນ, ດີຊີ, ສ.ອາເມລິກາ, ທ່ານ ຄຳພັນ ອັ່ນລາວັນ ໄດ້ຍື່ນສານຕາຕັ້ງເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ການາດາ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ວໍຊິງຕັນ, ດີຊີ, ສ. ອາເມລິກາ.

ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ໄດ້ສົ່ງຄຳປາຖະໜາດີ ແລະ ພອນໄຊອັນປະເສີດ ຂອງ ພະນະທ່ານ ບຸນຍັງ ວໍລະຈິດປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ນາງ Julie Payette ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນການາດາທຸກທົ່ວໜ້າທ່ານທູດ ໄດ້ຖືເປັນກຽດ ແລະ ຕີລາຄາສູງ ຕໍ່ການພົວພັນ ລາວ-ການາດາ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ນັບຕັ້ງແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດຮ່ວມກັນ ໃນປີ 1954 ເປັນຕົົົ້ນມາ, ເຊິ່ງທັງສອງຝ່າຍ ກໍໄດ້ມີຄວາມພະຍາຍາມຊອກຊ່ອງທາງ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນ ລະຫວ່າງ ສອງປະເທດໃຫ້ມີບາດກ້າວຂະຫຍາຍຕົວ, ນຳເອົາຜົນປະໂຫຍດໃຫ້ແກ່ສອງປະເທດກໍຄືປະຊາຊົນລາວ ແລະ ການາດາ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການຮ່ວມມືສອງຝ່າຍ, ເຊິ່ງເຫັນວ່າມີຄຸນຄ່າຢ່າງຍິ່ງ ໂດຍສະເພາະການປະກອບສວ່ນ ຊ່ວຍເຫຼືອດ້ານທຶນຮອນເຂົ້າໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກໃນປາງສົງຄາມ (UXO), ເຊິ່ງເປັນອຸປະສັກໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ເປັນຕົ້ນ ແມ່ນດ້ານສາທາລະນະສຸກ, ພະລັງງານ, ການສຶກສາ, ການປະຕິບັດດ້ານກົດໝາຍ ແລະ ອື່ນໆ ທີ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອທີ່ດີ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດຂອງລາວ ແລະ ຫວັງວ່າ ການາດາ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພ້ອມທັງການຕໍ່ສູ້ຕ້ານກັບການລະບາດຂອງໂຄວິດ-19 ແລະ ການຟື້ນຕົວຂອງເສດຖະກິດຫຼັງ ໂຄວິດ-19.

ໃນໂອກາດດັ່ງກ່າວພະນະທ່ານ ນາງ Julie Payette ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄຳພັນ    ອັ່ນລາວັນ ໃນການດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ການາດາ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ຄໍາອວຍພອນອັນອົບອຸ່ນຂອງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງໄດ້ສົ່ງຄຳອວຍພອນອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ບຸນຍັງ ວໍລະຈິດປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດລາວ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດ ໂດຍການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ອາຊຽນ ແລະ ການາດາ ໃຫ້ຂະຫຍາຍຕົວຍີ່ງຂຶ້ນໃນຕໍ່ໜ້າ.

---------***---------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486725
ມື້ນີ້118
ມື້ວານ161
ອາທິດນີ້387
ເດືອນນີ້118