ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫລງການຂອງອາຊຽນ

ຖະ​ແຫຼງການລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ກ່ຽວກັບ ເຫດການລະເບີດແຕກ ທີ່ ດາວາວ, ປະເທດ ຟິລິບປິນ

AseanLOGO1

 

ຖະ​ແຫຼງການລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ

ກ່ຽວກັບ ເຫດການລະເບີດແຕກ ທີ່ ດາວາວ, ປະເທດ ຟິລິບປິນ

 

(ວັນທີ 4 ກັນຍາ 2016)

----------------------------------------------

 

 

ອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການລະເບີດແຕກ ຊຶ່ງເປັນການກໍ່ການຮ້າຍ ທີ່ ດາ​ວາວ, ສາທາລະນະ​ລັດ ຟິລິບ​ປິນ ​ໃນ​ວັນ​ທີ 2 ກັນຍາ 2016 ອັນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ​.

 

ອາຊຽນ ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ ມາ​ຍັງ ລັດຖະບານ ຟິລິບ​ປິນ ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວ​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​​ເຫດການລະເບີດແຕກຄັ້ງນີ້.

 

ອາຊຽນ ສະໜັບສະໜຸນ ລັດຖະບານ ຟິລິບປິນ ຢ່າງເຕັມປ່ຽມ ໃນການນໍາເອົາຜູ້ກະທໍາຜິດ ມາສູ່ຂະບວນການຍຸຕິທໍາ ແລະ ເຮັດໃຫ້ສະພາບກັບຄືນສູ່ປົກກະຕິ​.

 

ອາຊຽນ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນ ໃນການຮ່ວມມືກັບວົງຄະນາຍາດສາກົນ ​ເພື່ອຕ້ານ​ລັດທິຄວາມ​ຮຸນ​ແຮງ ແລະ ການກໍ່ການຮ້າຍ ທຸກຮູບແບບ ​ແລະ ທຸກ​ຮູບ​ການ ບໍ່​ວ່າ​ດ້ວຍ​ແຮງ​ຈູງ​ໃຈ​ໃດ​, ຢູ່ແຫ່ງຫົນໃດ​ໃດ, ​ເວລາ​ໃດ ​ແລະ ​ໃຜ​ກໍ​ຕາມ ທີ່ກະທໍາການກໍ່ການຮ້າຍ.

 

**************************************

ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການໂຈມຕີດ້ວຍລົດບັນທຸກ ທີ່ ເມືອງ ນິສ, ປະເທດ ຝຣັ່ງ

AseanLOGO

ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ການໂຈມຕີດ້ວຍລົດບັນທຸກ

ທີ່ ເມືອງ ນິສ, ປະເທດ ຝຣັ່ງ

 

ວັນທີ15 ມັງກອນ 2016

-------------------------------------------------------

 

ອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການໂຈມຕີດ້ວຍລົດບັນທຸກ ທີ່ ເມືອງນິສ, ປະເທດຝຣັ່ງ, ໃນວັນທີ 14 ກໍລະກົດ 2016, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈໍານວນຫລາຍ.

 

ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນຂອງຝຣັ່ງ ໂດຍສະເພາະແມ່ນຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການໂຈມຕີທີ່ສະເທືອນໃຈໃນຄັ້ງນີ້.

 

ອາຊຽນ ສະແດງຄວາມເປັນນໍໍ້າຫນຶ່ງໃຈດຽວກັນ ແລະ ສະຫນັບສະຫນູນ ລັດຖະບານ ແລະ ປະຊາຊົນຝຣັ່ງ ໃນການນໍາເອົາກຸ່ມຜູ້ຮັບຜິດຊອບຢູ່ເບື້ອງຫລັງຂອງເຫດການນີ້ ສູ່ຂະບວນການຍຸຕິທໍາ.

 

ອາຊຽນ ຢືນຢັນຄືນຄວາມຫມາຍຫມັ້ນຮ່ວມມືຢ່າງໃກ້ຊິດ ກັບວົງຄະນະຍາດສາກົນ ໃນການຕ້ານຄວາມຮຸນແຮງໃນທຸກຮູບແບບ.

ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບ ເຫດການຈັບຕົວປະກັນ ຢູ່ ດາກາ

AseanLOGO

ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ

ກ່ຽວກັບ ເຫດການຈັບຕົວປະກັນ ຢູ່ ດາກາ

ວັນທີ 3 ກໍລະກົດ 2016

-------------------------------------------

ສະມາຄົມບັນດາປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາຊຽນ) ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການຈັບຕົວປະກັນ ທີ່ເກີດຂຶ້ນໃນວັນທີ 1-2 ກໍລະກົດ 2016 ຢູ່ ດາກາ, ສາທາລະນະລັດ ປະຊາຊົນ ບັງກາລາເດ ອັນໄດ້ເຮັດໃຫ້ມີປະຊາຊົນ ຊາວ​ບັງ​ກາ​ລາ​ເທດ ​ແລະ ​ຊາວຕ່າງຊາດ ເສຍຊີວິດ ແລະ ບາດເຈັບ ຈໍານວນຫຼາຍ​.

ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນຂອງ ສາທາລະນະລັດ ປະຊາຊົນ ບັງກາລາເທດ ແລະ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ກໍ່​ຄືລັດຖະບານ, ປະຊາຊົນ ແລະ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ທີ່​ເປັນ​ຊາວ​ຕ່າງປະ​ເທດ.

ອາຊຽນ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ບັງກາລາເທດ ໃນການດໍາເນີນການເພື່ອຊ່ວຍເຫຼືອຕົວປະກັນ.

ໃນສະພາບທີ່ມີເຫດການກໍ່ການຮ້າຍເກີດຂຶ້ນຢູ່ພາກພື້ນຕ່າງໆຂອງໂລກ, ອາຊຽນ ຢືນຢັນຄືນຄວາມໝາຍໝັ້ນອັນແຮງກ້າຂອງຕົນ ເພື່ອຮ່ວມມືຢ່າງໃກ້ຊິດກັບວົງຄະນະຍາດສາກົນ ໃນການຕໍ່ສູ້ຕ້ານກັບ ການກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ຄວາມຮຸນແຮງ ໃນທຸກຮູບແບບ ແລະ ຮູບການ ທີ່ກະທໍາຂຶ້ນ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍ່ຕາມ ທີ່ເປັນຜູ້ກະທໍາ.

ແຈ້ງການ

    

* ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊີງລາງວັນອາຊຽນ ປະຈຳປີ 2023.

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)  

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
422673
ມື້ນີ້7
ມື້ວານ256
ອາທິດນີ້928
ເດືອນນີ້433