ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບ ເຫດການໂຈມຕີດ້ວຍການລະເບີດຂ້າໂຕຕາຍຢູ່ອີສະຕັນບູນ
ວັນທີ 30 ມິຖຸນາ 2016
***********************************
ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການໂຈມຕີດ້ວຍການລະເບີດຂ້າໂຕຕາຍ ຢູ່ ອີສະຕັນບູນ, ສາທາລະນະລັດ ຕວັກກີ, ໃນວັນທີ 28 ມິຖຸນາ 2016, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈໍານວນຫລາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະລົດໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ ແລະ ປະຊາຊົນ ຂອງສາທາລະນະລັດ ຕັວກກີ ແລະ ຄອບຄົວ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍ.
ອາຊຽນ ສະຫນັບສະຫນູນຄວາມພະຍາຍາມຂອ ງລັດຖະບານຕວັກກີ ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ ແລະ ຊອກຫາຜູ້ຢູ່ເບື້ອງຫຼັງເຫດການຮຸນແຮງດັ່ງກ່າວ.
ອາຊຽນ ຢືນຢັນຄືນຄວາມຫມາຍຫມັ້ນອັນແຮງກ້າຂອງຕົນ ເພື່ອຮ່ວມມືຢ່າງໃກ້ຊິດກັບວົງຄະນະຍາດສາກົນ ໃນການຕໍ່ສູ້ກັບລັດທິກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ຄວາມຮຸນແຮງໃນທຸກຮູບແບບ ແລະ ຮູບການ ທີ່ກະທຳຂຶ້ນບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍ່ຕາມ ທີ່ເປັນຜູ້ກະທໍາ.
---------------------------------------------------------------------------