ຖະແຫຼງການລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບ ບັນດາເຫດການແຜ່ນດິນໄຫວໃນມໍ່ໆມານີ້
ບັນດາປະເທດສະມາຊິກອາຊຽນ ຮູ້ສຶກເສຍໃຈ ຕໍ່ກັບບັນດາເຫດການແຜນດິນໄຫວ ທີ່ເກີດຂຶ້ນ ຢູ່ ອັຟການິດສະຖານ, ບັງກະລາເທດ, ເອກວາດໍ, ອິນເດຍ, ຍີ່ປຸ່ນ, ມຽນມາ, ເນປານ ແລະ ປາກິດສະຖານ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ເປັນຈໍານວນຫຼາຍຄົນ, ບາດເຈັບຫຼາຍຮ້ອຍຄົນ ແລະ ຊັບສິນຖືກທໍາລາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນຂອງບັນດາປະເທດທີ່ໄດ້ຮັບຜົນກະທົບ ຈາກເຫດການແຜ່ນດິນໄຫວ ໂດຍສະເພາະແມ່ນ ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກເຫດການແຜ່ນດິນໄຫວ.
ອາຊຽນ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ການສະໜັບສະໜູນ ໂດຍທຸກວິທີທາງທີ່ອາຊຽນສາມາດເຮັດໄດ້ ເພື່ອປະກອບສ່ວນໃຫ້ແກ່ຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນຂອງບັນດາປະເທດທີ່ໄດ້ຮັບຜົນກະທົບຈາກ ເຫດການແຜ່ນດິນໄຫວ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ຟື້ນຄືນສູ່ສະພາບປົກກະຕິໂດຍໄວ.
ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ
ກ່ຽວກັບ ເຫດການໂຈມຕີດ້ວຍລະເບີດ ຢູ່ ລາຮໍ
ວັນທີ 31 ມີນາ 2016
----------------------------------
ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການໂຈມຕີດ້ວຍລະເບີດ ຢູ່ ລາຮໍ, ສາທາລະນະລັດ ອິດສະລາມ ປາກິດສະຖານ ໃນວັນທີ 27 ມີນາ 2016 ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 65 ຄົນ ແລະ ບາດເຈັບ ເປັນຈໍານວນຫຼາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນສາທາລະນະລັດ ອິດສະລາມ ປາກິດສະຖານ, ໂດຍສະເພາະ ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການທີ່ໂຫດຮ້າຍປ່າເຖື່ອນໃນຄັ້ງນີ້.
ອາຊຽນ ເນັ້ນວ່າ ການກໍ່ການຮ້າຍ ບໍ່ວ່າໃນກໍລະນີໃດກໍ່ຕາມ ບໍ່ມີການກ່ຽວພັນກັບ ຄວາມເຊື່ອຖື ຫຼື ສາດສະໜາ, ແລະ ຢ້ຳວ່າ ການກໍ່ການຮ້າຍ ແລະ ຄວາມຮຸນແຮງ ໃນທຸກຮູບແບບ ແລະ ຮູບການ ທີ່ກະທຳຂຶ້ນ ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ດ້ວຍໃຜກໍຕາມ ເປັນການກະທຳທີ່ໄຮ້ມະນຸດສະທຳ ແລະ ບໍ່ສາມາດຮັບໄດ້.
ອາຊຽນ ອີກເທື່ອໜຶ່ງ ຢ້ຳເຖິງຄວາມຮີບດ່ວນ ໃນການຮັດແໜ້ນການຮ່ວມມືພາກພື້ນ ແລະ ສາກົນ ໃນການຕໍ່ສູ້ ກັບ ການກໍ່ການຮ້າຍ, ລັດທິຫົວຮຸນແຮງ ແລະ ຄວາມຮຸນແຮງ.
ຖະແຫລງການ ລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບເຫດການກໍ່ການຮ້າຍ
ຢູ່ ນະຄອນຫຼວງ ບຣຸກແຊນ, ຣາຊະອານາຈັກ ແບນຊິກ
ວັນທີ 23ມີນາ 2016
----------------------------------
ບັນດາປະເທດສະມາຊິກອາຊຽນ ກ່າວປະນາມຢ່າງແຂງແຮງ ຕໍ່ເຫດການກໍ່ການຮ້າຍ ຢູ່ ນະຄອນຫລວງ ບຣຸກແຊນ, ຣາຊະອານາຈັກ ແບນຊິກ ໃນວັນທີ 22 ມີນາ 2016 ອັນໄດ້ເຮັດໃຫ້ມີ ຜູ້ເສຍຊີວິດ ແລະ ບາດເຈັບ ເປັນຈໍານວນຫຼາຍ ແລະ ຊັບສິນຖືກທໍາລາຍ.
ອາຊຽນ ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະລົດໃຈຢ່າງສຸດຊຶ້ງ ມາຍັງ ລັດຖະບານ ແລະ ປະຊາຊົນ ຣາຊະອານາຈັກ ແບນຊິກ ແລະ ມາຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການກໍ່ການຮ້າຍໃນຄັ້ງນີ້.
ອາຊຽນ ສະໜັບສະໜູນ ລັດຖະບານ ຣາຊະອາຊາຈັກ ແບນຊິກ ຢ່າງເຕັມປ່ຽມ ໃນຄວາມພະຍາຍາມ ເພື່ອເຮັດໃຫ້ສະພາບການກັບຄືນສູ່ປົກກະຕິ ໂດຍໄວເທົ່າທີ່ຈະໄວໄດ້ ແລະ ນໍາເອົາຜູ້ກະທໍາຜິດ ໃນເຫດການກໍ່ການຮ້າຍຄັ້ງນີ້ ສູ່ຂະບວນການຍຸຕິທໍາ.
ອາຊຽນ ຢືນຢັນຄືນ ຄວາມໝາຍໝັ້ນອັນແຮງກ້າຂອງຕົນ ເພື່ອຮ່ວມມືຢ່າງໃກ້ຊິດກັບ ວົງຄະນາຍາດສາກົນ ໃນການຕໍ່ສູ້ ກັບ ການກໍ່ການຮ້າຍໃນທຸກຮູບແບບ ແລະ ຮູບການ ບໍ່ວ່າດ້ວຍເຫດ ຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍຕາມ ທີ່ກະທໍາການກໍໍ່ການຮ້າຍ.