ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການໂຄສົກກະຊວງການຕ່າງປະເທດ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ຜົນການພົບປະ ສຸດຍອດ ຄັ້ງທີ 2 ຂອງຜູ້ນໍາ ສປປ ເກົາຫຼີ ແລະ ສ.ອາເມລິກາ

ສ​ປ​ປ ລາວ ຕີລາຄາສູງ ຕໍ່​ຄວາມພະຍາຍາມຂອງຜູ້ນໍາ ສ​ປ​ປ ເກົາ​ຫຼີ ແລະ ສ.ອາ​ເມ​ຣິ​ກາ ໃນການຈັດການ​ພົບ​ປະສຸດຍອດ ຄັ້ງ​ທີ 2 ລະ​ຫວ່າງຜູ້​ນຳສອງປະເທດ, ຊຶ່ງໄດ້ຈັດຂຶ້ນ ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ, ແຕ່ວັນທີ 27-28 ກຸມພາ 2019. ພ້ອມກັນນັ້ນ, ກໍຂໍຊົມເຊີຍການເປັນເຈົ້າພາບທີ່ດີເລີດຂອງລັດຖະບານ ແລະ ປະຊາຊົນ ສສ. ຫວຽດນາມ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນຂະບວນການສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ ເຖິງແມ່ນວ່າ ສອງຝ່າຍຈະບໍ່ສາມາດບັນລຸຂໍ້ຕົກລົງໃດໆຮ່ວມກັນກໍຕາມ. ສ​ປ​ປ ລາວ ເຫັນວ່າ​ ​ການ​ພົບ​ປະ​ຄັ້ງ​ນີ້ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈຊຶ່ງກັນ ແລະ ກັນຕື່ມ ລະຫວ່າງຜູ້ນໍາ ສປປ ເກົາຫຼີ ແລະ ສ.ອາເມລິກາ, ເຊິ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການເຈລະຈາສ້າງສາຍພົວພັນແບບໃໝ່ ລະຫວ່າງສອງປະເທດ, ກໍຄື​ການ​ສ້າງ​ແຫຼມ​ເກົາ​ຫຼີໃຫ້​ເປັນ​ເຂດປອດ​ອາ​ວຸດ​ນິວ​ເຄລຍ ໃນອະນາຄົດ.

ອ່ານເພີ່ມເຕີມ... 

ຖະແຫລງການ ຂອງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ຜົນການພົບປະສຸດຍອດ ຂອງ ຜູ້ນຳສອງເກົາຫລີ ຄັ້ງທີ 3

​ປ​ປ ລາວ ສະ​ແດງ​ຄວາມຍິນ​ດີ ຕໍ່​​​ຜົນສໍາເລັດ ຂອງ ການ​ພົບ​ປະ​ຄັ້ງທີ 3 ລະ​ຫວ່າງ ປະທານ ກິມ ຈອງອຸນ ແຫ່ງ ສ​ປ​ປ ເກົາ​ຫລີ ແລະ ປະທານາທິບໍດີ ມູນ ແຈ-ອິນ ແຫ່ງ ສ. ເກົາຫຼີ ແຕ່ວັນທີ    18-20 ກັນຍາ 2018 ທີ່ ນະຄອນຫຼວງ ພຽງຢາງ. ສ​ປ​ປ ລາວ ເຫັນວ່າ ​ການ​ພົບ​ປະ​ຂອງຜູ້ນຳ ສອງເກົາຫຼີ ໃນຄັ້ງ​ນີ້ ບໍ່ພຽງແຕ່​​ເປັນການ​ປະກອບສ່ວນທີ່ສຳຄັນເຂົ້າ​ໃນ​ການສືບຕໍ່ສົ່ງເສີມ​​ການ​ພົວ​ພັນຮ່ວມ​ມືທີ່ດີ ລະ​ຫວ່າງ ສອງເກົາຫຼີ ໃຫ້ດີຍິ່ງໆຂື້ນ ແຕ່ຍັງເປັນການຢໍ້າຄືນອີກເທື່ອໜຶ່ງເຖິງຄວາມພະຍາຍາມຂອງສອງເກົາຫຼີ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢ່າງຖາວອນ ແລະ ເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄລຍ.

ອ່ານເພີ່ມເຕີມ... 

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ຜົນການພົບປະສຸດຍອດຂອງຜູ້ນຳ ສປປ ເກົາຫຼີ ແລະ ສ. ອາເມຣິກາ

 

ສ​ປ​ປ ລາວ ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ຜົນ​ສຳ​ເລັດ​ຂອງການ​ພົບ​ປະສຸດຍອດຄັ້ງ​ປະ​ຫວັດ​ສາດ ລະ​ຫວ່າງ ຜູ້​ນຳ ສ​ປ​ປ ເກົາ​ຫລີ ແລະ ສ. ອາ​ເມ​ຣິ​ກາ​ ໃນ​ວັນ​ທີ 12 ມີຖຸນາ 2018, ທີ່ ປະ​ເທດ ສິງ​ກະ​ໂປ. ສ​ປ​ປ ລາວ ເຫັນວ່າ​ຜົນ​ການ​ພົບ​ປະ​ຄັ້ງ​ນີ້ ຈະເປັນ​ບາດ​ລ້ຽວ​ໃໝ່​ແຫ່ງ​ການ​ພົວ​ພັນ​ ລະ​ຫວ່າງ ສອງ​ປະ​ເທດ, ເຊິ່ງ​ຈະປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ໃນ​ແຫລມ​ເກົາ​ຫລີ ແລະ ໃນໂລກ, ກໍຄື​ການ​ສ້າງ​ແຫລມ​ເກົາ​ຫລີ ໃຫ້​ເປັນ​ເຂດປອດ​ອາ​ວຸດ​ນິວ​ເຄ​ລຍ.

ອ່ານເພີ່ມເຕີມ... 

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456160
ມື້ນີ້165
ມື້ວານ214
ອາທິດນີ້1197
ເດືອນນີ້165