ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການ​ກະກຽມ

ຈັດກອງ​ປະຊຸມລັດຖະມົນ​ຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງທີ 49 ​ແລະ ກອງ​ປະຊຸມ​ທີ່​ກ່ຽວຂ້ອງ

------------------------------------

AiName MOFAST

 

ໃນວັນທີ 16 ກໍລະກົດ 2016, ກະຊວງການຕ່າງປະເທດ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບ ການກະກຽມຈັດກອງ​ປະຊຸມລັດຖະມົນ​ຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງທີ 49 ​ແລະ ກອງ​ປະຊຸມ​ທີ່​ກ່ຽວຂ້ອງ.

 

ໃນກອງປະຊຸມຖະແຫຼງຂ່າວດັ່ງກ່າວ, ຮັກສາການໂຄສົກກະຊວງ​ການ​ຕ່າງປະ​ເທດ ຂອງ ສປປ ລາວ ໄດ້ແຈ້ງຕໍ່ສື່ມວນຊົນວ່າ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມ​ປະທານ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າ​ງປະ​ເທດ​ອາຊຽນ ຈະ​ເປັນ​ເຈົ້າພາບ​ຈັດ​ກອງປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງ​ທີ 49, ກອງ​ປະຊຸມ​ຄະນະ​ກໍາມາ​ທິການ ​ເຂດ​ປອດ​ອາວຸດ​ນິວ​ເຄລຍ ອາຊີ​ຕາ​ເວັນອອກສ່ຽງໃຕ້, ກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ກັບຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 17, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 6 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 23 ຊຶ່ງຈະຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໃນວັນທີ 23-26 ກໍລະກົດ 2016.

 

ພິທີ​ເປີດ​ກອງ​ປະຊຸມ​​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຄັ້ງ​ທີ 49 ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ກໍລະກົດ 2016, ທີ່ ​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ, ​ໂດຍ​​ ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະ​ເປັນກຽດກ່າວເປີດ​.

 

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ຈະປຶກສາ​ຫາລື ແລະ ຕິດຕາມ ກ່ຽວກັບບັນຫາຕ່າງໆທີ່ໄດ້ປຶກສາຫາລື ໃນກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ ທີ່ໄດ້ຈັດຂຶ້ນໃນເດືອນກຸມພາ 2016 ທີ່ ນະຄອນຫຼວງວຽງຈັນ. ບັນດາລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ຍັງຈະ​ໄດ້​​ປຶກສາຫາລື ກ່ຽວກັບ ​ການ​ສືບ​ຕໍ່​ຮັດແໜ້ນປະຊາຄົມອາຊຽນ ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ 2025, ວຽກງານຂອງຄະນະກໍາມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ສຳລັບປີ 2016, ແລະ ການກະກຽມໃຫ້ແກ່ບັນດາກອງປະຊຸມລະດັບລັດຖະມົນຕີຕ່າງປະເທດອື່ນໆທີ່ກ່ຽວຂ້ອງ. ນອກນັ້ນ, ບັນດາລັດຖະມົນຕີ ຍັງຈະໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ.

 

ພ້ອມກັນນີ້,​ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຈະໄດ້ພົບກັບຄູ່ຮ່ວມຕໍ່າແໜ່ງຈາກບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ເພື່ອທົບທວນ ແລະ ກໍານົດທິດທາງ ສຳລັບການຮ່ວມມືໃນຕໍ່ໜ້າ ພາຍໃຕ້ກົນໄກທີ່ອາຊຽນ​ເປັນ​ຜູ້​ລິ​ເລີ່​ມ​ ຄື: ອາຊຽນບວກໜຶ່ງ, ອາຊຽນບວກ​ສາມ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ​ເວທີ​ພາກ​ພື້ນ​ອາຊຽນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480271
ມື້ນີ້101
ມື້ວານ157
ອາທິດນີ້669
ເດືອນນີ້6502