ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການໂຄສົກກະຊວງການຕ່າງປະເທດ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ຕໍ່ກັບສະພາບການຢູ່ໃນແຫລມເກົາຫລີ ໃນປັດຈຸບັນ

ສປປ ລາວ ໄດ້ຕິດຕາມສະພາບການ ຢູ່ ແຫລມເກົາຫລີ ຢ່າງໃກ້ຊິດ ແລະ ມີຄວາມຍິນດີທີ່ເຫັນວ່າ ສະພາບການຢູ່ແຫລມເກົາຫລີ ມີການປັບປຸງໃຫ້ດີຂຶ້ນໃນທາງທີ່ສ້າງສັນ ແລະ ພັດທະນາໄປໃນທາງບວກ, ເຊິ່ງເປັນນິມິດໝາຍທີ່ດີ ແກ່ການແກ້ໄຂບັນຫາຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ສາກົນ ກໍຄືໃນແຫລມເກົາຫລີ.

ຖະແຫຼງການ ຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ ນະຄອນເຢຣູຊາເລັມ

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມເປັນຫ່ວງ ຕໍ່ກັບການປະກາດພຽງຝ່າຍດຽວໃຫ້ນະຄອນເຢຣູຊາເລັມ ເປັນເມືອງຫລວງຂອງປະເທດອິດສະຣາແອນ ຂອງ ປະທານາທິບໍດີ ສະຫະລັດອາເມລິກາ. ສປປ ລາວ ຍາມໃດກໍສະໜັບສະໜູນ ການຕໍ່ສູ້ອັນເປັນທຳຂອງປະຊາຊົນປາແລັດສະຕິນ ໂດຍສະເພາະແມ່ນສິດທິທີ່ຕັດແຍກອອກບໍ່ໄດ້ ໃນການຕັດສິນຊະຕາກຳດ້ວຍຕົນເອງ ແລະ ການສ້າງຕັ້ງລັດເອກະລາດ ຢູ່ເທິງຜືນແຜ່ນດິນອັນຄົບຖ້ວນຂອງປາແລັດສະຕິນ. ສປປ ລາວ ເຊື່ອໝັ້ນວ່າ ທາງອອກພຽງໜຶ່ງດຽວ ແມ່ນຄວາມເປັນເອກະພາບກັນພາຍໃນວົງຄະນາຍາດສາກົນ ຕໍ່ກັບບັນຫານີ້ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການສ້າງຕັ້ງທັງສອງລັດ ປາ​ແລັດ​ສະ​ຕິນ ແລະ ອິດ​ສະ​ຣາ​ແອນ ໃຫ້ຢູ່ຮ່ວມກັນໂດຍສັນຕິ ເຊິ່ງໄດ້ກຳນົດູ່ໃນຍັດຕິຂອງສະພາຄວາມໝັ້ນຄົງ ແລະ ຍັດຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ ຕໍ່ບັນຫາດັ່ງກ່າວ.

ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບ ການທົດລອງ ລະເບີດນິວເຄຼັຍ/ໄຮໂດຼເຈນ ຢູ່ໃຕ້ດິນ ໂດຍ ສປປ ເກົາຫລີ ໃນວັນທີ 3 ກັນຍາ 2017

ສ​ປ​ປ ລາວ ສະ​ແດງ​ຄວາມ​ເປັນ​ຫວ່ງ​ຢ່າງ​ຍິ່ງ ຮ່ວມ​ກັບ​ວົງ​ຄະ​ນາ​ຍາດ​ສາ​ກົນ ຕໍ່​ເຫດ​ການ​ທົດ​ລອງ​ ລະ​ເບີດ​ນິວ​ເຄຼັຍ/ໄຮ​ໂດ​ຼ​ເຈນ ຢູ່​ໃຕ້​ດິນ​ ໂດຍ ສ​ປ​ປ ເກົາ​ຫລີ ໃນ​ວັນ​ທີ 3 ກັນ​ຍາ 2017 ເຊິ່ງ​ການ​ທົດ​ລອງ​ດັ່ງ​ກ່າວ​ ເປັນ​ການຂັດ​ກັບ​ຍັດ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປຊ ແລະ ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາ​ຫລີ​ເພີ່ມ​ຂຶ້​ນ, ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃຊ້​ຄວາມ​ອົດ​ກັ້ນ ແລະ ພະ​ຍາ​ຍາມ​ຮ່ວມ​ກັນ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພຶ້ນ ແລະ ສາ​ກົນ. ສ​ປ​ປ ລາວ ຢືນ​ຢັນ​ທັດ​ສະ​ນະ​ອັນ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ ໃນ​ການ​ສະ​ໜັບ​ສະ​ໜູນ​ໃຫ້​ແຫຼມ​ເກົາ​ຫລີ​ ມີ​​​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ແລະ ເປັນ​ເຂດ​ປອດ​ອາ​ວຸດ​ນິວ​ເຄຼັຍ, ພ້ອມ​ທັງ​ແກ້​ໄຂ​ບັນ​ຫາ​ຂໍ້​ຄັດ​ແຍ່ງ​ໂດຍ​ສັນ​ຕິ​ວິ​ທີ ແລະ ຜ່ານ​ການ​ເຈ​ລະ​ຈາ​ແບບ​ສ້າງ​ສັນ.

 

ແຈ້ງການ

     

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

2024 ASEAN Logo

   

       

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
456161
ມື້ນີ້166
ມື້ວານ214
ອາທິດນີ້1198
ເດືອນນີ້166