ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຖະແຫຼງຂ່າວ ກ່ຽວກັບ ມາດຕະການຄຸ້ມຄອງ ແລະ ຊ່ວຍເຫລືອນັກສຶກສາ ແລະ ພົນລະເມືອງລາວ ທີ່ອາໄສຢູ່ ສປ ຈີນ

 

Pressdept3 Pressdept2

 

ທ່ານ ບົວແກ້ວ ພູມວົງໄຊ, ຫົວໜ້າກົມການຂ່າວ, ໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມພິທີຖະແຫຼງຂ່າວ ກັບ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ (WHO) ກ່ຽວກັບ ມາດຕະການຄຸ້ມຄອງ ແລະ ຊ່ວຍເຫຼືອນັກສຶກສາ ແລະ ພົນລະເມືອງລາວ ທີ່ອາໄສຢູ່ ສປ ຈີນ, ໂດຍມີເນື້ອໃນວ່າ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ຕິດຕາມສະພາບການລະບາດຂອງພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ ຢ່າງໃກ້ຊິດ ພາຍຫຼັງໄດ້ເລີ່ມລະບາດຢູ່ເມືອງອູຫັ້ນ, ແຂວງຫູເປີ່ຍ ຂອງ ສປ ຈີນ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ແລະ ໄດ້ແຜ່ລະບາດໄປຫຼາຍແຂວງ ແລະ ນະຄອນຫຼວງປັກກິງ ຂອງ ສປ ຈີນ, ແລະ ຫຼາຍປະເທດໃນໂລກ ຊຶ່ງມາຮອດວັນທີ 3 ກຸມພາ 2020 ໄດ້ມີຜູ້ເສຍຊີວິດ ທັງໝົດ 362 ຄົນ, ໃນນັ້ນມີຄົນຈີນ ທີ່ຕິດເຊື້ອແລ້ວເສຍຊີວິດຢູ່ຟິລິບປິນ 1 ຄົນ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 17.000 ຄົນ.

 

ຕໍ່ສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍສະເພາະສະຖານເອກອັກຄະລັດຖະທູດ ແລະ ບັນດາສະຖານກົງສຸນ ແຫ່ງ ສປປ ລາວ ປະຈໍາຢູ່ ສປ ຈີນ ໄດ້ເອົາໃຈໃສ່ໃຫ້ຄໍາແນະນໍາ ແລະ ປະສານກັບນັກສຶກສາລາວທີ່ຮຽນຢູ່ ສປ ຈີນ ຢ່າງໃກ້ຊິດ ພ້ອມທັງໃຫ້ຖາມເຖິງຊີວິດການເປັນຢູ່, ບັນຫາ ແລະ ຄວາມຕ້ອງການຊ່ວຍເຫຼືອຂອງເຂົາເຈົ້າ; ພ້ອມນັ້ນ ກໍໄດ້ແນະນໍາໃຫ້ນັກສຶກສາຈໍານວນຜູ້ທີ່ໄປຢ້ຽມຢາມໝູ່ ແລະ ພີ່ນ້ອງທີ່ຕ່າງແຂວງ ຫຼັງຈາກສອບເສັງແລ້ວໃຫ້ຢູ່ກັບທີ່, ຕິດຕາມຂ່າວສານຈາກເຈົ້າໜ້າທີ່ຝ່າຍຈີນຢ່າງໃກ້ຊິດ ແລະ ປະຕິບັດຕາມລະບຽບການສຸກເສີນ ແລະ ຄໍາແນະນໍາຂອງແຕ່ລະເຂດ ແລະ ແຕ່ລະໂຮງຮຽນ.

 

ນັກສຶກສາລາວທີ່ໄປຮຽນຢູ່ ສປ ຈີນ ໃນສົກ 2019-2020 ມີທັງໝົດ 8.230 ຄົນ ຍິງ 3.542 ຄົນ, ແຕ່ຫຼັງຈາກເສັງຈົບພາກຮຽນທີ 1 ໃນທ້າຍເດືອນ ທັນວາ 2019, ນັກສຶກສາລາວສ່ວນໃຫຍ່ແມ່ນໄດ້ເດີນທາງກັບ ສປປ ລາວ ເພື່ອຢ້ຽມຢາມຄອບຄົວຕາມປົກກະຕິ. ມາຮອດວັນທີ 30 ມັງກອນ 2020, ມີນັກສຶກສາລາວທີ່ຍັງຢູ່ ສປ ຈີນ ຈໍານວນ 242 ຄົນ ຍິງ 71 ຄົນ ໃນນີ້ຢູ່ນະຄອນຫຼວງປັກກິງ 10 ຄົນ, ຍິງ 5 ຄົນ ແລະ ຢູ່ເມືອງອູຮັນ 37 ຄົນ, ຍິງ 18 ຄົນ ຊຶ່ງນັກສຶກສາເຫຼົ່ານີ້ແມ່ນມີສຸຂະພາບແຂງແຮງດີ ແລະ ຢູ່ໃນຄວາມຮັບຜິດຊອບຂອງໂຮງຮຽນ ໂດຍທາງໂຮງຮຽນຈີນມີການຈັດຫານໍ້າດື່ມ ແລະ ອາຫານການກິນໄວ້ບໍລິການ ແລະ ເປີດຮ້ານຄ້າພາຍໃນໂຮງຮຽນ. ໂດຍລວມແລ້ວ, ນັກສຶກສາລາວ ກໍຄືນັກສຶກສາຕ່າງປະເທດທີ່ຢູ່ມະຫາວິທະຍາໄລຕ່າງໆໃນ ສປ ຈີນ ແມ່ນໄດ້ຮັບການເອົາໃຈໃສ່ຈາກການຈັດຕັ້ງຂອງຝ່າຍຈີນເປັນຢ່າງດີ.

 

ກະຊວງການຕ່າງປະເທດ ແລະ ບັນດາສໍານັກງານຕາງໜ້າ ແຫ່ງ ສປປ ລາວ ຢູ່ ສປ ຈີນ ຈະສືບປະສານງານຢ່າງໃກ້ຊີດກັບບັນດານັກສຶກສາລາວຜູ້ທີ່ຍັງຢູ່ປະເທດຈີນ ເພື່ອໃຫ້ກໍາລັງໃຈ ແລະ ຄວາມຊ່ວຍເຫຼືອແກ່ເຂົາເຈົ້າ ພ້ອມທັງສືບຕໍ່ປະສານກັບເຈົ້າໜ້າທີ່ຂອງຝ່າຍຈີນ ກ່ຽວກັບມາດການຕອບໂຕ້ກັບການລະບາດຂອງພະຍາດດັ່ງກ່າວໃນແຕ່ລະໄລຍະ. ໃນໂອກາດນີ້, ກະຊວງການຕ່າງປະເທດ ຂໍແຈ້ງໃຫ້ບັນດານັກສຶກສາລາວເຮົາຜູ້ທີ່ຍັງຢູ່ ສປ ຈີນ ຈົ່ງປະຕິບັດຕາມຄໍາແນະນໍາຂອງບັນດາສໍານັກງານຕາງໜ້າ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ປະຕິບັດຕາມລະບຽບການສຸກເສີນຂອງຝ່າຍຈີນຢ່າງເຂັ້ມງວດ. ສໍາລັບນັກສຶກສາລາວຜູ້ທີ່ເດີນກັບ ສປປ ລາວ ເພື່ອຢ້ຽມຢາມຄອບຄົວນັ້ນ ກໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກທາງມະຫາວິທະຍາໄລທີ່ຕົນສຶກສາຢູ່ນັ້ນຢ່າງເປັນປົກກະຕິ ກ່ຽວກັບການເປີດພາກຮຽນທີ 2 ຂອງສົກປີ 2019-2020 ພາຍຫຼັງທີ່ທາງການຈີນໄດ້ປະກາດສືບຕໍ່ປິດສະຖາບັນການສຶກສາຕ່າງໆແຕ່ຂັ້ນມະຫາວິທະຍາໄລ ລົງຮອດຂັ້ນອະນຸບານຢ່າງບໍ່ມີກໍານົດ.

 

                   ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2020

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484385
ມື້ນີ້89
ມື້ວານ273
ອາທິດນີ້823
ເດືອນນີ້3690