ວັນທີ 01 ກໍລະກົດ 2020
ພະນະທ່ານ,
ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຮ່ວມກັບ ຂ້າພະເຈົ້າ ຂໍສົ່ງຄຳອວຍພອນ ແລະ ຊົມ ເຊີຍອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ແຫ່ງ ສປປ ລາວ ເນື່ອງໃນໂອກາດອັນສະຫງ່າລາສີ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສະຫະພາບ ມຽນມາ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ນະຄອນຫຼວງວຽງຈັນ, ວັນທີ 08 ກໍລະກົດ 2020
ພະນະທ່ານ,
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ມາຍັງພະນະທ່ານ ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງອຽກລັງ.
ນະຄອນຫຼວງວຽງຈັນ, ວັນທີ ກໍລະກົດ 2020
ພະນະທ່ານ,
ຂ້າພະເຈົ້າ ໄດ້ຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ຕໍ່ເຫດການດິນຖະຫຼົ່ມຮ້າຍແຮງ ຢູ່ ເມືອງພະອານ, ລັດກະຈິນ, ທາງພາກເໜືອຂອງ ມຽນມາ ໃນຕອນເຊົ້້າຂອງວັນທີ 2 ກໍລະກົດ 2020 ຜ່ານມາ, ອັນໄດ້ສ້າງຄວາມສູນເສຍອັນໃຫຍ່ຫຼວງຕໍ່ຊີວິດ ແກ່ປະຊາຊົນມຽນມາ ເປັນຈຳນວນຫຼວງຫລາຍ.