ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍວັນຊາດລາວ ຄົບຮອບ 46 ປີ ຈາກ ບັນດາການນໍາບັງກະລາເທດ

ພະນະທ່ານ

ທອງລຸນ ສີສຸລິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

ພະນະທ່ານ,

ໃນນາມລັດຖະບານ, ປະຊາຊົນ ບັງກະລາເທດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນເພື່ອນມິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດອັນສະຫງ່າລາສີ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ບັງກະລາເທດ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນ           ບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ, ມີມໍລະດົກດ້ານວັດທະນະທຳ ແລະ ເປົ້າໝາຍໃນການພັດທະນາດ້ານເສດຖະກິດ-ສັງຄົມ ຄ້າຍຄືກັນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບທີ່ມີຢູ່ແລ້ວນັ້ນ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງເລິກເຊິ່ງໃນຕໍ່ໜ້າ ແລະ ກ້າວໄປສູ່ການເປັນຄູ່ຮ່ວມມືຢ່າງໃກ້ຊິດ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ.

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີອາຍຸຍືນຍາວ ແລະ ໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສືບຕໍ່ມີຄວາມສະຫງົບ, ຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ດ້ວຍຄວາມນັບຖືຢ່າງສູງ,

ເອັມດີ. ອັບ​ດຸ​ລ ຮາ​ມິດ

ປະທານາທິບໍດີ

ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ

 


 

ພະນະທ່ານ

 

ປອ. ພັນຄຳ ວິພາວັນ

 

ນາຍົກລັດຖະມົນຕີ

 

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ນະຄອນຫຼວງວຽງຈັນ

 

ພະນະທ່ານ,

 

ເນື່ອງໃນໂອກາດອັນສະຫງ່າລາສີຂອງ ວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນອົບອຸ່ນ ມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອນມິດ.

 

ບັງກະລາເທດ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສາຍພົວພັນອັນອົບອຸ່ນ ແລະ ຈິງໃຈ. ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສອງປະເທດຂອງພວກເຮົາ ມີສາຍພົວພັນມິດຕະພາບອັນດີເລີດ. ສອງປະເທດພວກເຮົາ ມີທ່າແຮງອັນໃຫຍ່ຫຼວງ ເພື່ອເພີ່ມທະວີສາຍພົວພັນມິດຕະພາບຂອງພວກເຮົາໃນລວງເລິກ ແລະ ກວ້າງຂວາງໃນຫຼາຍຂົງເຂດ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດເພື່ອນມິດພວກເຮົາ. ຂ້າພະເຈົ້າ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ມີຄວາມກ້າວໜ້າ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມຜາສຸກ.

 

ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,

 

ຊີກ ຮາຊີນາ

 

ນາຍົກລັດຖະມົນຕີ

 

ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487201
ມື້ນີ້36
ມື້ວານ191
ອາທິດນີ້863
ເດືອນນີ້594