ພະນະທ່ານ ທອງລຸນ ສີສຸລິດ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ນະຄອນຫຼວງວຽງຈັນ
ຂ້າພະເຈົ້າ ມີຄວາມປິຕິຍິນດີ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ບົນພື້ນຖານຄວາມເຊື່ອໃຈ, ສາຍພົວພັນທີ່ດີ ລະຫວ່າງ ສອງປະເທດພວກເຮົາ ຈະສາມາດຊ່ວຍໃຫ້ພວກເຮົາຮັບມືກັບບັນດາສິ່ງທ້າທາຍລະດັບໂລກຮ່ວມກັນ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີແຕ່ຄວາມສະຫງົບສຸກ ແລະ ຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືຢ່າງສູງ,
ກີ່ ປາກເມີແລງ
ປະທານາທິບໍດີ ແຫ່ງ ສະມາພັນທະລັດສະວິດ