ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານອວຍພອນວັນ​ຊາດ ແຫ່ງ ສປປ ລາວ ຄົບຮອບ 46 ປີ ຈາກບັນດາການນຳ ແຫ່ງ ຣາຊະອານາຈັກໄທ

 

ພະນະທ່ານ ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

         ທີ່ ນະຄອນຫຼວງວຽງຈັນ

          ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີດ້ວຍຄວາມຈິງໃຈ ແລະ ຂໍອວຍພອນໃຫ້ທ່ານປະທານປະເທດ ມີພະລານາໄມແຂງແຮງ ແລະ ມີຄວາມຜາສຸກ ລວມທັງຂໍໃຫ້ປະເທດ ແລະ ປະຊາຊົນຊາວລາວ ປະສົບຄວາມສໍາເລັດ ແລະ ຈະເລີ່ນຮຸ່ງເຮືອງ ຍິ່ງໆຂຶ້ນໄປ.

          ຕະຫຼອດໄລຍະເວລາກວ່າ 7 ທົດສະວັດ, ປະເທດສາທາລະນະລັດ ປະຊາທິະໄຕ ປະຊາຊົນລາວ ແລະ ປະເທດໄທ ໄດ້ດໍາເນີນການພົວພັນມິດຕະພາບຢ່າງແໜ້ນແຟ້ນ ດ້ວຍຄວາມເຂົ້າໃຈອັນດີ ແລະ ເຄົາລົບເຊິ່ງກັນ ແລະ ກັນຕະຫຼອດມາ, ພ້ອມທັງບຸກຄົນສໍາຄັນ ແລະ ປະຊາຊົນທັງສອງຝ່າຍກໍ່ມີນໍ້າໃຈໄມຕີໄປມາຫາສູ່ກັນມາໂດຍຕະຫຼອດ. ຂ້າພະເຈົ້າ ເຊື່ອເປັນຢ່າງຍິ່ງວ່າ ການພົວພັນອັນໃກ້ຊິດດັ່ງກ່າວ ຈະໄດ້ຮັບການສືບຕໍ່ພັດທະນາກ້າວໜ້າຕໍ່ໄປ ທັງມີສ່ວນສໍາຄັນທີ່ສົ່ງເສີມການຮ່ວມມືໃນກິດຈະການດ້ານຕ່າງໆ ເປັນຕົ້ນ: ດ້ານວັດທະນະທໍາ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ເຂັ້ມແຂງ ແລະ ເພີ່ມພູນຍິ່ງຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະເທດ ແລະ ປະຊາຊົນທັງສອງຝ່າຍໃນຫຼາຍດ້ານ.

                   

                                                                       ມະຫາວະຊິຣະລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ

   ແຫ່ງ ຣາຊະອານາຈັກໄທ

                                                                                     


 

ພະນະທ່ານ ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

 

 

          ເນື່ອງໃນໂອກາດຄົບຮອບ 46 ປີ ວັດຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 2021, ໃນນາມລັດຖະບານ ແລະ ປະຊາຊົນໄທ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີເປັນຢ່າງຍິ່ງຕໍ່ພະນະທ່ານ ແລະ ປະຊາຊົນຊາວລາວ ທີ່ ສປປ ລາວ ໄດ້ມີຄວາມຈະເລີນກ້າວໜ້າຢ່າງຕໍ່ເນື່ອງທັງທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໂດຍຂໍຖືໂອກາດນີ້ສະແດງຄວາມຍິນດີທີ່ສະມັດຊາສະຫະປະຊາຊາດໄດ້ມີມະຕິຮັບຮອງເອົາ ສປປ ລາວ ຫຼຸດພົ້ນອອກຈາກລາຍຊື່ປະເທດພັດທະນາໜ້ອຍທີ່ສຸດ ໂດຍມີໄລຍະເວລາກະກຽມ 5 ປີ ລວມທັງໃນປີນີ້ເປັນຊ່ວງເວລາສໍາຄັນທີ່ ສປປ ລາວ ເປີດນໍາໃຊ້ໂຄງການລົດໄຟລາວ-ຈີນ, ຊຶ່ງຈະຊ່ວຍປ່ຽນແປງ ສປປ ລາວ ໄປສູ່ການເປັນປະເທດ Land-Linked ຢ່າງແທ້ຈິງ ທັງນີ້ຝ່າຍໄທພ້ອມທີ່ຈະສະໜັບສະໜູນເປົ້າໝາຍດັ່ງກ່າວ ແລະ ຮ່ວມພັດທະນາການເຊື່ອມໂຍງໃນອະນຸພາກພື້ນ ແລະ ພາກພື້ນໄປພ້ອມກັນຢ່າງໝັ້ນຄົງ ແລະ ຍືງຍົງ.

          ນອກຈາກນີ້, ຂ້າພະເຈົ້າ ມຸ່ງໝັ້ນທີ່ຈະສືບຕໍ່ສົ່ງເສີມການຮ່ວມມືລະຫວ່າງ ໄທ ກັບ ສປປ ລາວ ເພື່ອຟື້ນຟູເສດຖະກິດ ແລະ ສັງຄົມໃຫ້ເກີດປະໂຫຍດສູງສຸດຕໍ່ປະຊາຊົນຂອງທັງສອງປະເທດ ໂດຍສະເພາະການສົ່ງເສີມການໄປມາຫາສູ່ ລະຫວ່າງກັນທັງໃນລະດັບຜູ້ນໍາ, ເຈົ້າໜ້າທີ່ລະດັບສູງ ແລະ ປະຊາຊົນ ລວມທັງການບັນເທົາຜົນກະທົບຈາກສະຖານະການໂຄວິດ-19

          ສຸດທ້າຍນີ້, ຂ້າພະເຈົ້າຂໍອວຍພອນໃຫ້ ພະນະທ່ານ ແລະ ຄອບຄົວ ລວມທັງປະຊາຊົນລາວ ມີສຸຂະພາບພະລານາໄມທີ່ແຂງແຮງ ແລະ ປະສົບແຕ່ຄວາມຈະເລີນຮຸ່ງເຮືອງຕະຫຼອດໄປ.

                                                                               

   ຂໍສະແດງຄວາມນັບຖື

                                                                             ພົນເອກ ປຣະຢຸດ ຈັນໂອຊາ

                                                                                ນາຍົກລັດຖະມົນຕີ


 

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 

          ຂ້າພະເຈົ້າ ສະແດງຄວາມຍິນດີມາຍັງທ່ານ ແລະ ປະຊາຊົນຊາວລາວ ເນື່ອງໃນໂອກາດຄົບຮອບ 46 ປີ ວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 2021, ຊຶ່ງໃນປີນີ້ເປັນໂອກາດພິເສດທີ່ລັດຖະບານ ສປປ ລາວ ຈະເປີດໂຄງການລົດໄຟລາວ-ຈີນ, ຊຶ່ງຈະເປັນຈຸດປ່ຽນສໍາຄັນໃນການຍົກລະ ດັບການພັດທະນາ ສປປ ລາວ ຈາກ Land-Locked ໄປສູ່ Land-Linked ໂດຍໄທພ້ອມຊຸກຍູ້ການຮ່ວມມືລະຫວ່າງກັນ ເພື່ອພັດທະນາການເຊື່ອມໂຍງໃນອະນຸພາກພື້ນ ແລະ ພາກພື້ນຢ່າງໂລງລຽນຢ່າງແທ້ຈິງ.

 

         ຂ້າພະເຈົ້າ ຮູ້ສຶກຍິນດີເປັນຢ່າງຍິ່ງທີ່ ສປປ ລາວ ກັບ ໄທ ສາມາດຮັກສາບັນຍາກາດການພົວພັນລະຫວ່າງກັນໄດ້ຢ່າງດີເລີດ ພາຍໃຕ້ສະຖານະການໂຄວິດ-19 ແລະ ຂໍສະແດງຄວາມມຸ່ງໝັ້ນທີ່ຈະຮ່ວມມືກັບທ່ານຢ່າງໃກ້ຊິດຍິ່ງຂຶ້ນ ເພື່ອສືບຕໍ່ຜົນຂອງກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ລວມທັງເລັ່ງລັດຊຸກຍູ້ບັນຫາຄົງຄ້າງຕ່າງໆໃຫ້ເກີດຜົນເປັນຮູບປະທໍາ ແລະ ສົ່ງເສີມການຮ່ວມມືໃນສາຂາໃໝ່ໆລະຫວ່າງກັນ ໃຫ້ເກີດປະໂຫຍດຕໍ່ປະຊາຊົນຂອງທັງສອງປະເທດ.

 

          ນອກຈາກນີ້, ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຍິນດີທີ່ສະມັດຊາສະຫະປະຊາຊາດ ໄດ້ມີມະຕິຮັບຮອງເອົາ ສປປ ລາວ ຫຼຸດພົ້ນອອກຈາກລາຍຊື່ປະເທດພັດທະນາໜ້ອຍທີ່ສຸດໂດຍມີໄລຍະເວລາກະກຽມ 5 ປີ ໂດຍຝ່າຍໄທພ້ອມສະໜັບສະໜູນ ສປປ ລາວ ໃນກະບວນການດັ່ງກ່າວຢ່າງເຕັ້ມທີ່.

 

          ສຸດທ້າຍນີ້ ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ແລະ ຄອບຄົວ ລວມທັງເຈົ້າໜ້າທີ່ກະຊວງການຕ່າງປະ ເທດ ແລະ ປະຊາຊົນຊາວລາວ ມີພະລານະໄມເຂັ້ມແຂງ, ປະສົບແຕ່ຄວາມສຸກ ແລະ ຄວາມສໍາເລັດຕະຫຼອດໄປ.

 

                                                                 ຂໍສະແດງຄວາມນັບຖື

 

ດອນ ປຣະມັດວິໄນ

 

       ຮອງນາຍົກລັດຖະມົນຕີ

 

   ລັດຖະມົນຕີວ່າການກະຊວງການຕ່າງປະເທດ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487179
ມື້ນີ້14
ມື້ວານ191
ອາທິດນີ້841
ເດືອນນີ້572