ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ ປະທານປະເທດ,
ເນື່ອງໃນໂອກາດວັນຊາດຂອງທ່ານ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງທ່ານ ແລະ ປະຊາຊົນລາວ.
ພາຍຫຼັງການລະບາດຂອງພະຍາດໂຄວິດ-19 ໃນລະດູຮ້ອນນີ້, ປະຈຸບັນ ສປປ ລາວ ກໍາລັງປະເຊີນໜ້າກັບພາລະກິດອັນໃຫຍ່ຫຼວງ ເພື່ອຜ່ານຜ່າຜົນກະທົບທາງດ້ານເສດຖະກິດ ແລະ ສັງຄົມ ຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ຂໍໃຫ້ທ່ານຈົ່ງເຊື່ອໝັ້ນວ່າ ເຢຍລະມັນ ຈະໃຫ້ການສະໜັບສະໜູນປະເທດຂອງທ່ານ ໃນນາມເປັນຄູ່ຮ່ວມມືເພື່ອຮັບມືກັບຜົນກະທົບເຫຼົ່ານີ້ ແລະ ສືບຕໍ່ບັນດາໂຄງການພັດທະນາທີ່ກໍາລັງດໍາເນີນຢູ່.
ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ແລະ ປະຊາຊົນລາວ ຈົ່ງມີຄວາມເຂັ້ມແຂງ, ໂດຍສະເພາະ ມີພາລະນາໄມສົມບູນ ແລະ ເບິ່ງໂລກໃນທາງບວກ ໃນໄລຍະເວລາທີ່ທ້າທາຍນີ້.
ຟຣັງ-ວານເຕີ້ ສະຕາຍມາຍເອີ້
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ
---------------------------------------------------