ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກຊົມເຊີຍວັນຊາດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 50 ປີ

 

 

ນະ​ຄອນ​ຫລວງວຽງ​ຈັນ, ວັນ​ທີ 7 ທັນວາ 2021

ສົມເດັດ ເຊກຄ໌ ຄາລີຟາ ບິນ ຊາຢິດ ອາລ ນາຢັນ

ປະທານາທິບໍດີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ

ທີ່ ອາບູ ດາບີ

                  

ສົມເດັດ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 50 ປີ, ໃນ​ນາມ​ປະ​ຊາ​ຊົນລາວ ທຸກຖ້ວນໜ້າ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​ສົມເດັດ ແລະ ປະ​ຊາ​ຊົນ​ສະຫະນະຄອນ ເອເມຣັດ ອາຣັບ ເພື່ອນມິດທຸກຖ້ວນໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ມີສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມຕະຫຼອດ ໄລຍະທີ່ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.

ໃນໂອກາດ ອັນສະຫງ່າລາສີນີ້, ຂ້າ​ພະ​ເຈົ້າ ຂໍ​ອວ​ຍ​ພອນໄຊ ມາຍັງ ​​ສົມເດັດ ຈົ່ງມີ​ພະ​ລາ​ນາ​ໄມສົມ​ບູນ ມີ​ຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ສະຫະນະຄອນ ເອເມຣັດ ອາຣັບ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍ​ຄວາມ​ນັບ​ຖືຢ່າງ​ສູງ.

              

ທອງລຸນ ສີສຸລິດ

ປະທານປະປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------------------------

          

ນະຄອນຫຼວງວຽງຈັນ, ວັນທີ 7 ທັນວາ 2021

ສົມເດັດ ໂມຮາເມັດ ບິນ ຊາຢິດ ອາລ-ນາຢັນ,

ອົງມົງກຸດຣາຊະກຸມມານ ແຫ່ງ ອາບູ ດາບີ

ຮອງຜູ້ບັນຊາການທະຫານສູງສຸດ ກອງທັບສະຫະນະຄອນ ເອເມຣັດ ອາຣັບ

ທີ່ ອາບູ ດາບີ

                                                                                  

ສົມເດັດ,

ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 50 ປີ, ໃນນາມ ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ ແລະ ປະຊາຊົນ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ຕະຫຼອດໄລຍະຜ່ານມາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວຈະສືບຕໍ່ໄດ້ຮັບການພັດທະນາ ໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດຮ່ວມກັນ ຂອງ ປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມກະເສມສໍາລານ ແລະ ຂໍໃຫ້ປະຊາຊົນ ສະຫະນະຄອນ ເອເມຣັດ ອາຣັບ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ດ້ວຍຄວາມນັບຖືຢ່າງສູງ,

      

ປານີ ຢາທໍ່ຕູ້

ຮອງປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------------------------

            

  ນະຄອນຫຼວງວຽງຈັນ, ວັນທີ 7 ທັນວາ 2021

ສົມເດັດ ເຊກຄ໌ ໂມຮາເມັດ ບິນ ຣາຊິດ ອາລ ມາກຕຸມ,

ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ,

ເຈົ້າຄອງນະຄອນດູໄບ

ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ

ທີ່ ອາບູ ດາບີ

        

ສົມເດັດ,

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ​ສະຫະນະຄອນ ເອເມຣັດ ອາຣັບ ຄົບ​ຮອບ 50 ປີ, ໃນ​ນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ກໍຄື ​ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ ສົມເດັດ ແລະ ​ປະ​ຊາ​ຊົນ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ​ ເພື່ອນ​ມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໄດ້ຮັບການພັດທະນາ ແລະ ຂະ ຫຍາຍຕົວ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າຈະໄດ້ເຮັດວຽກຮ່ວມກັບ ສົມເດັດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ຂ້າ​ພະ​ເຈົ້າ ຂໍ​ຖື​ໂອ​ກາດນີ້ ອວຍ​ພອນ ​ ສົມເດັດ ຈົ່ງ​ມີ​ພະ​ລານາ​ໄມສົມ​ບູນ, ມີ​ຄວາມ​ກະເສມສໍາລານ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດສູງສົ່ງ ຂອງ ສົມເດັດ ແລະ ຂໍໃຫ້ປະຊາຊົນ ສະຫະນະຄອນ ເອເມຣັດ ອາຣັບ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ​.

                                  

ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------------------------

 

ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 7 ທັນວາ 2021

               

ສົມເດັດ,

ເນື່ອງໃນໂອກາດວັນຊາດແຫ່ງສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ50ປີ, ຂ້າພະເຈົ້າຂໍຖືເປັນກຽດ​ ​ສົ່ງຄຳຊົມເຊີຍອັນຈິງໃຈ ແລະພອນໄຊອັນປະເສີດ ມາຍັງສົມເດັດແລະປະຊາຊົນ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບເພື່ອນມິດທຸກຖ້ວນໜ້າ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີຢູ່ແລ້ວນັ້ນ ລະຫວ່າງ ສອງປະເທດພວກເຮົາ ຈະໄດ້ຮັບການພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮ່ວມເຮັດວຽກຮ່ວມກັບ ສົມເດັດຢ່າງໃກ້ຊິດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ຂອງພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າຂໍຖືໂອກາດນີ້ອວຍພອນສົມເດັດຈົ່ງມີພະລານາໄມສົມບູນ, ມີຄວາມກະເສມສໍາລານ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງ ຂອງ ສົມເດັດແລະຂໍໃຫ້ປະຊາຊົນ ສະຫະນະຄອນ ເອເມຣັດ ອາຣັບ ເພື່ອນມິດຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.

ດ້ວຍຄວາມນັບຖືຢ່າງສູງ​.                                    

                                                                                                           

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

        

ສົມເດັດ ເຊກຄ໌ ອັບດູນລາສ ບິນ ຊາຍຢິດ ອາລ ນາຢັນ

ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມືສາກົນ

ແຫ່ງສະຫະນະຄອນ ເອເມຣັດ ອາຣັບ

ທີ່ ອາບູ ດາບີ

-------------------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487184
ມື້ນີ້19
ມື້ວານ191
ອາທິດນີ້846
ເດືອນນີ້577