ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ສປ ຈີນ ຄົບຮອບ 72 ປີ

 

ສະຫາຍ ຫຼີ ເຄີ້ສຽງ

 

ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ                                              

 

ທີ່ ນະຄອນຫຼວງປັກກິ່ງ

 

 

ສະຫາຍ ຫຼີ ເຄີ້ສຽງ, ​ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຮັກແພງ,

ເນື່ອງໃນໂອກາດການສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ ນາຍົກລັດຖະມົນຕີ ແລະ ຜ່ານສະຫາຍ ໄປຍັງລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທຸກຖ້ວນໜ້າ.

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 72 ປີຜ່ານມາ ພາຍໃຕ້ການຊີ້ນຳໆພາ ອັນສະຫລາດສ່ອງໃສ ຂອງພັກກອມມູນິດຈີນ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຢ່າງຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ພາຍໃຕ້ການຊີ້ນຳ ນຳພາຂອງ ສະຫາຍ ສີ ຈິ້ນຜິງ ເປັນແກນນຳ, ສປ ຈີນ ໄດ້ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທຳອິດຂອງການສ້າງສັງຄົມອິ່ມໝຳສຳລານຢ່າງຮອບດ້ານ ແລະ ກ້າວໄປສູ່ການເປີດສັງກາດໃໝ່ເພື່ອແນໃສ່ການບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ໃນການສ້າງຄວາມຝັນຂອງຈີນ ເພື່ອຟື້ນຟູຄວາມຈະເລີນຮຸ່ງເຮື່ອງຂອງປະຊາຊາດຈີນ ດ້ວຍບາດກ້າວທີ່ໜັກແໜ້ນ. ເສດຖະກິດ ຂອງ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ວ່ອງໄວ ຈົນກາຍເປັນມະຫາອຳນາດດ້ານເສດຖະກິດແຖວໜ້າຂອງໂລກ. ພ້ອມດຽວກັນນັ້ນ, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ຍັງເປັນກົນໄກອັນສຳຄັນຕໍ່ການຮ່ວມມືດ້ານເສດຖະກິດ ກັບ ບັນດາປະເທດໃນຂົງເຂດພາກພື້ນ ແລະ ໃນໂລກ ແລະ ກໍ່ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ອັນໄດ້ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສປ ຈີນ ນັບມື້ນັບສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນ. ອັນທີ່ພົ້ນເດັ່ນ ແມ່ນ ສປ ຈີນ ປະສົບຜົນສຳເລັດຢ່າງສູງໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ດ້ວຍມາດຕະການຕ່າງໆທີ່ມີປະສິດທິຜົນສູງ ໄດ້ກາຍເປັນຕົວແບບທີ່ດີໃຫ້ແກ່ປະເທດອື່ນໆ ລວມທັງການສະໜອງວັກແຊງໃຫ້ແກ່ຫຼາຍປະເທດໃນໂລກ.

ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຍາມໃດ ກໍ່ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການພົວພັນຮ່ວມມື ກັບ ລັດຖະບານ ແລະ ປະຊາຊົນ ສປ ຈີນ, ຊຶ່ງເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການພົວພັນແບບຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ, ທີ່ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະໃໝ່ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ ແລະ ຈີນ ໃຫ້ນັບມື້ນັບຫລາຍຂື້ນ. ພ້ອມນີ້. ຂ້າພະເຈົ້າ ກໍ່ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ທີ່ຕະຫລອດໄລຍະຜ່ານມາພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງໃຫຍ່ຫລວງ ແກ່ພາລະກິດເພື່ອປົດປ່ອຍຊາດໃນເມືອກ່ອນ ກໍ່ຄື ໃນພາລະກິດປົກປັກຮັກສາສ້າງສາປະເທດຊາດລາວ ຕາມທິດສັງຄົມນິຍົມໃນປະຈຸບັນ. ພິເສດແມ່ນການຊ່ວຍເຫລືອອັນລໍ້າຄ່າດ້ານການແພດ, ການສົ່ງຊ່ຽວຊານຈີນມາຊ່ວຍເຫຼືອ ສປປ ລາວ ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການຊ່ວຍເຫລືອໃນການສະໜອງວັກແຊງຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ຫລາຍລ້ານໂດສ, ອັນໄດ້ປະກອບສ່ວນສຳຄັນເຮັດໃຫ້ ສປປ ລາວ ສາມາດສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19 ໃນປະຈຸບັນ.

ປີ 2021 ເປັນປີທີ່ມີຄວາມໝາຍສຳຄັນຕໍ່ ສປປ ລາວ ແລະ ສປ ຈີນ ກໍ່ຄືຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ເປັນປີມິດຕະພາບ ລະຫວ່າງ ລາວ-ຈີນ ກໍ່ຄື ເປັນປີຄົບຮອບ 100 ປີ ຂອງການສ້າງຕັ້ງພັກກອມມູນິດຈີນ. ຕະຫຼອດໄລຍະທີ່ຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ອ້າຍນ້ອງ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂື້ນ, ການຂະຫຍາຍຕົວຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫລວງມາສູ່ປະຊາຊົນສອງຊາດພວກເຮົາ ແລະ ໃນທ້າຍປີ 2021 ນີ້ ເສັ້ນທາງລົດໄຟລາວ-ຈີນ ກໍ່ຈະໄດ້ເປີດນຳໃຊ້ຢ່າງເປັນທາງການ ຊຶ່ງເປັນໂຄງການສັນຍາລັກຂອງການຮ່ວມມືຕົວຈິງ ລະຫວ່າງ 2 ຊາດລາວ-ຈີນ, ເປັນໂຄງການຕົວແບບໃນການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ທີ່ຈະເຫັນຜົນປະຈັກຕາ. ອັນນີ້ໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ຖະນຸຖະໜອມເພີ່ມພູນຄູນສ້າງທີ່ມີປະສິດທິພາບຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ຈົ່ງແຕກດອກອອກຜົນຍິ່ງໆຂື້ນ, ປະກອບສ່ວນສ້າງຄວາມເຂັ້ມແຂງແກ່ທັງສອງປະເທດລາວ ແລະ ຈີນ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ອວຍພອນໃຫ້ ສະຫາຍນາຍົກລັດຖະມົນຕີ, ຄະນະລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ນຳພາປະເທດຈີນກ້າວຂື້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າໝາຍ 100 ປີ ເຫດການທີສອງ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ.

ດ້ວຍຄວາມນັບຖືຮັກແພງຖານເພື່ອນມິດສະຫາຍ.                                                              

ພັນຄໍາ ວິພາວັນ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ນະຄອນຫລວງວຽງຈັນ, ວັນທີ 01 ຕຸລາ 2021

----------------------------------------------------------

 

 

 

 

 

ສະຫາຍ ຫວັງ ອີ້

ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ                                              

ທີ່ ນະຄອນຫຼວງປັກກິ່ງ

 

ສະຫາຍ ລັດຖະມົນຕີ ທີ່ຮັກແພງ, ສະຫາຍ ຫວັງ ອີ້ ທີ່ນັບຖື,

 

ເນື່ອງໃນໂອກາດການສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 72 ປີ, ຂ້າພະເຈົ້າ ຂໍຕາງໜ້າຄະນະນຳ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ ຂໍສົ່ງຄຳອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງບັນດາສະຫາຍຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທຸກຖ້ວນໜ້າ.

 

ຂ້າພະເຈົ້າ ຮູ້ສຶກປິຕິຍິນດີເປັນຢ່າງຍິ່ງ ຕໍ່ບັນດາຜົນສຳເລັດ ທີ່ ສາທາລະນະລັດ ປະຊາຊົນຈີນ ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ໂດຍສະເພາະ ຜົນສຳເລັດດ້ານວຽກງານການຕ່າງປະເທດ ກໍ່ຄື ຜົນສຳເລັດຂອງການສູ້ຊົນບັນລຸເປົ້າໝາຍສູ້ຊົນ 100 ປີ, ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ອັນໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການຍົກສູງບົດບາດ, ຊື່ສຽງ ແລະ ອິດທິພົນຂອງ ສາທາລະນະລັດ ປະຊາຊົນຈີນ ນັບມື້ນັບສູງເດັ່ນຂື້ນ ໃນເວທີພາກພື້ນ ແລະ ສາກົນ.

 

ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫລອດໄລຍະຜ່ານມາ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານໜັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກ, ເຊິ່ງປີນີ້ກໍ່ເປັນປີທີ່ມີຄວາມໝາຍສຳຄັນສຳລັບການພົວພັນສອງຝ່າຍຂອງພວກເຮົາ ແລະ ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ຈີນ. ຂ້າພະເຈົ້າ ຂໍຢືນຢັນວ່າ ສປປ ລາວ ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຕົນ ໃນການພົວພັນ ແລະ ຮ່ວມມືກັບສະຫາຍຈີນອ້າຍນ້ອງ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ຂ້າພະເຈົ້າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫາຍ ແລະ ບັນດາສະຫາຍການນຳ, ພະນັກງານ ແລະ ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມືທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂື້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດລາວ ແລະ ຈີນ ກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

 

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງພວກສະຫາຍ.

ດ້ວຍຄວາມນັບຖືຢ່າງສູງ.

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ນະຄອນຫລວງວຽງຈັນ, ວັນທີ 30 ກັນຍາ 2021

 

 

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486817
ມື້ນີ້53
ມື້ວານ157
ອາທິດນີ້479
ເດືອນນີ້210