ນະຄອນຫຼວງວຽງຈັນ, ວັນທີ 23 ມິຖຸນາ 2021
ພະບາດ ສົມເດັດ ແກຣນ ດຸກ ເຮັນຣີ
ແຫ່ງ ຣາຊະອານາຈັກ ລຸກຊຳບວກ
ທີ່ ລຸກຊຳບວກ
ພະບາດ ສົມເດັດ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະບາດ ສົມເດັດ ແລະ ປະຊາຊົນ ລຸກຊຳບວກ ທຸກຖ້ວນໜ້າ ເນື່ອງໃນວັນຊາດ ແຫ່ງ ຣາຊະອານາຈັກ ລຸກຊຳບວກ.
ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມພະຍາຍາມຮ່ວມກັນຂອງພວກເຮົາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະບາດ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດທຸກປະການໃນໜ້າທີ່ອັນສູງສົ່ງຂອງພະອົງ ແລະ ປະຊາຊົນ ລຸກຊຳບວກ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ພະນະທ່ານ,
ໃນນາມລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດ ວັນຊາດ ແຫ່ງ ຣາຊະອານາຈັກລຸກຊຳບວກ.
ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ໄດ້ຮັບເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງໃນຊຸມປີຜ່ານມາ. ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າຄູ່ຮ່ວມມືອັນດີງາມດັ່ງກ່າວນັ້ນ ຈະໄດ້ຮັບການສືບຕໍ່ຮັດແໜ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງ ປະຊາຊົນສອງຊາດພວກເຮົາກໍ່ຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນທົ່ວໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ນໍາພາ ປະຊາຊົນ ລຸກຊຳບວກ ເພື່ອນມິດ ສືບຕໍ່ພັດທະນາປະເທດໃຫ້ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄຳວິພາວັນ
ພະນະທ່ານ ຊາວີແອແບດເຕີນ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກລຸກຊຳບວກ
ທີ່ ລຸກຊຳບວກ