ນະຄອນຫຼວງວຽງຈັນ, ວັນທີ 28 ເມສາ 2021
ພະນະທ່ານ ໂຈໂກ ວີໂດໂດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ
ທີ່ ຈາກາກຕາ
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວ ກ່ຽວກັບ ເຫດການອຸປະຕິເຫດເຮືອດຳນ້ຳ ໜັັ້ງກາລາ 402 ຂອງກອງທັບອິນໂດເນເຊຍ ຈົມລົງສູ່ພື້ນທະເລ ທີ່ພາກເຫນືອຂອງເກາະບາຫຼີ ໃນວັນທີ 21 ເມສາ 2021 ຜ່ານມາ, ອັນໄດ້ເຮັດໃຫ້ລູກເຮືອ ຈຳນວນ 53 ຄົນ ທັງໝົດເສຍຊີວິດ.
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສຍໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອຫມັ້ນວ່າ ລັດຖະບານອິນໂດເນເຊຍ ຈະສາມາດຜ່ານຜ່າເຫດການສູນເສຍອັນເສົ້າສະຫລົດ ແລະ ຟື້ນຟູຈິດໃຈຂອງຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້ ໃຫ້ເປັນປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ພັນຄຳ ວິພາວັນ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ