ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບໂທລະເລກຊົມເຊີຍຈາກ ການນໍາຂອງ ສປປ ເກົາຫຼີ, ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງໃໝ່

 

 

ສະ​ຫາຍ ​ທອງລຸນ ສີສຸລິດ,

ເລ​ຂາ​ທິ​ການ​​ໃຫຍ່​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະ​ຄອນ​ຫຼວງ​​ວຽງ​ຈັນ

 

 

ເນື່ອງໃນ​ໂອ​ກາດ​ທີ່ ສະຫາຍ ທອງລຸນ ສີສຸລິດ, ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ​​ຂ້າ​ພະ​ເຈົ້າ​ ຂໍສົ່ງ​ຄຳຊົມເຊີຍ​​​​ ອັນອົບອຸ່ນແລະ ສົ່ງຄວາມຢືຢາມຖາມຂ່າວ ມາ​ຍັງ​ ສະ​ຫາຍ​.

ການທີ່ສະຫາຍເລຂາທິການໃຫ່ຍ ໄດ້ຖືກດຳລົງຕຳແໜ່ງຂອງປະມຸກລັດ ທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ອັນໜັກໜ່ວງຄັ້ງນີ້ ເປັນການສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈອັນສູງ ແລະ ຄວາມມຸ້ງຫວັງ ຂອງທົ່ວປວງຊົນລາວທີ່ມີຕໍ່ສະຫາຍ.

ຂ້າພະເຈົ້າ ຂໍຫວັງຢ່າງຍິ່ງວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ອັນມີສະຫາຍເລຂາທິການໃຫ່ຍເປັນຜູ້ນຳນັ້ນ, ປະຊາຊົນລາວອ້າຍນ້ອງ ຈະສາມາດບັນລຸຄວາມກ້າວໜ້າອັນສຳຄັນຫຼາຍໃນການສູ້ຊົນ ເພື່ອປົກປັກຮັກປະເທດຊາດ ແລະ ສ້າງສາປະເທດສັງຄົມນິຍົມ ທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງ.

ຂ້າພະເຈົ້າເຊື່ອໝັ້ນວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ ແລະ ​ການ​ຮວ່ມມື​ ອັນ​ເປັນ​ມູນ​ເຊື້ອ​ ລະ​ຫວ່າງ​ ສປປ ເກົາຫຼີ ແລະ ສປປ ລາວ ຈະສືບຕໍ່ໄດ້ຮັບການຮັດແໜ້ນໃນອະນາຄົດ ໃນການສູ້ຊົນເປົ້າໝາຍຮ່ວມ ເພື່ອໄຊຊະນະຂອງພາລະກິດສັງຄົມນິຍົມ ແລະ ຂໍ​​ວຍພອນ​ຢ່າງຈິງໃຈ ມາ​ຍັງ​ ສະ​ຫາຍ ຈົ່ງ​ມີ​ສຸ​ຂະ​ພາບ​​ເຂັ້ມ​ແຂງ ແລະ ປະ​​ສົບ​ຜົນ​ສຳ​ເລັດ​ອັນໃຫ່ຍຫຼວງກ່ວາເກົ່າ ໃນ​​ໜ້າ​ທີ່​ອັນສູງສົ່ງ​ ຂອງຕົນ.

 

ກິເຈິງອຸນ

ເລຂາທິການໃຫ່ຍພັກ​ແຮງ​ງານ​​ເກົາ​ຫຼີ

ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ

​ວັນ​ທີ​23 ມີ​ນາ, ປີ​ ຈຸ​ເຊ​110(2021)

ນະຄອນຫຼວງພຽງຢາງ

------------------------------------------------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486964
ມື້ນີ້200
ມື້ວານ157
ອາທິດນີ້626
ເດືອນນີ້357