ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນໍາຂັ້ນສູງຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ສົ່ງສານຊົມເຊີຍເຖິງກັນ ແລະ ກັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ, ໄທ-ລາວ ຄົບຮອບ 70 ປີ

 

 

ສານຊົມເຊີຍຂອງ ການນໍາ ແຫ່ງ ສປປ ລາວ ສົ່ງເຖິງ ຄູ່ຮ່ວມຕໍາແໜ່ງຝ່າຍ ຣາຊະອານາຈັກໄທ ມີເນື້ອໃນດັ່ງນີ້:

 

ນະຄອນຫຼວງວຽຈັນ, ວັນທີ 17 ທັນວາ 2020

 

ພະນະທ່ານ,

ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ, ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທຸກຖ້ວນໜ້າ.

ຕະຫຼອດໄລຍະເວລາ 7 ທົດສະວັດ ແຫ່ງການສ້າງຕັ້ງສາຍພັວພັນການທູດຢ່າງເປັນທາງການຮ່ວມກັນ ລະຫວ່າງ ສອງປະເທດ ລາວ ແລະ ໄທ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງໃນແຕ່ລະດ້ານເປັນກ້າວໆຕະຫຼອດມາ, ເຫັນໄດ້ຈາກການນໍາຂັ້ນສູງຂອງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ກົນໄກຮ່ວມມືຕ່າງໆ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມີການເຄື່ອນໄຫວຢ່າງມີປະສິດທິຜົນ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ, ເຊິ່ງທັງໝົດນັ້ນ ໄດ້ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການເພີ່ມພູນຄູນສ້າງສາຍພົວພັນ ລາວ-ໄທ. ຂ້າພະເຈົ້າ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນການຮ່ວມມືທາງດ້ານການຄ້າ - ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານສາທາລະນະສຸກ, ກະສິກໍາ ແລະ ການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະ ການພັດທະນາເສັ້ນທາງຄົມມະນາຄົມທາງບົກຂ້າມແມ່ນໍ້າຂອງ ເພື່ອເຊື່ອມຈອດກັບອະນຸພາກພື້ນ. ພິເສດ, ສອງປະເທດພວກເຮົາ ມີຂົວຂ້າມແມ່ນໍ້າເຖິງ 4 ແຫ່ງ ແລະ ພວມສ້າງອີກຈໍານວນໜຶ່ງ ເພື່ອເຊື່ອມຈອດ ລະຫວ່າງ ສອງປະເທດພວກເຮົາແຕ່ເໜືອຕະຫຼອດໃຕ້, ສິ່ງດັ່ງກ່າວ ໄດ້ກາຍເປັນປັດໃຈອັນສໍາຄັນໃນການກະຕຸກຊຸກຍູ້ການພັດທະນາເສດຖະກິດ ຂອງສອງປະເທດພວກເຮົາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ ກໍ່ຄືຂອງພາກພື້ນຢ່າງແທ້ຈິງ. ພິເສດ, ສອງປະເທດພວກເຮົາ ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງໃກ້ຊິດໃນການຮັບມືກັບໄພພິບັດທາງທໍາມະຊາດ ກໍຄືໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍການຮ່ວມມືກັນຢ່າງໃກ້ຊິດ ຂອງສອງຝ່າຍ ພາຍໃຕ້ກົນໄກການຮ່ວມມື ລາວ-ໄທ, ໄທ-ລາວ ທີ່ມີຢູ່, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມດັ່ງກ່າວ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ທີ່ຈະນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍ່ຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດນີ້, ຂ້າພະເຈົ້າ ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງປະເທດພວກເຮົາ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ຂໍອວຍພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງພະນະທ່ານ.

 

 ດ້ວຍຄວາມນັບຖືຢ່າງສູງ,

 

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ


             ນະຄອນຫຼວງວຽຈັນ, ວັນທີ 17 ທັນວາ 2020

 

ພະນະທ່ານ,

ເນື່ອງໂອກາດອັນສະຫງ່າລາສີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ໄທ ຄົບຮອບ 70 ປີ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ທຸກຖ້ວນໜ້າ.

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃນເກືອບທຸກຂະແໜງການ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດ ໄລຍະ 70 ປີ ທີ່ຜ່ານມາ ຊຶ່ງເປັນໝາກຜົນແຫ່ງຄວາມພະຍາຍາມຮ່ວມກັນຂອງສອງປະເທດພວກເຮົາ. ຂ້າພະເຈົ້າ ພ້ອມແລ້ວ ທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມກັບ ພະນະທ່ານ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ຖານບ້ານໃກ້ເຮືອນຄຽງທີ່ມີຄວາມຜູກພັນມາແຕ່ບູຮານນະການ, ມີຂະນົບທໍານຽມ, ວັດທະນະທໍາ, ຮີດຄອງປະເພນີ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ທີ່ຈະນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ກໍຄືເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດ ອັນມີຄວາມໝາຍສໍາຄັນນີ້ ອວຍພອນໃຫ້ ພະນະທ່ານ ພ້ອມດ້ວຍ ພະນັກງານກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງຕົນ.

 

ດ້ວຍຄວາມນັບຖືຢ່າງສູງ,

 

ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ດອນ ປະຣະມັດວິໄນ, ຮອງນາຍົກລັດຖະມົນຕີ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ

ທີ່ ບາງກອກ


 --------------------//-----------------------

 

 

ສານຊົມເຊີຍຂອງ ການນໍາ ແຫ່ງ ຣາຊະອານາຈັກໄທ ສົ່ງເຖິງ ຄູ່ຮ່ວມຕໍາແໜ່ງຝ່າຍ ສປປ ລາວ ມີເນື້ອໃນດັ່ງນີ້:

                                                       

                                                          17 ທັນວາ ພ.ສ. 2563 (2020)

 

ຮຽນ : ພະນະທ່ານ ທອງລຸນ ສີສຸລິດ

          ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ໃນວັນທີ 19 ທັນວາ ພ.ສ. 2563 (2020) ຣາຊະອານາຈັກໄທກັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຄົບຮອບ 70 ປີ ການສ້າງຕັ້ງສາຍພົວພັນທາງການທູດ ຂ້າພະເຈົ້າໃນນາມຂອງລັດຖະບານ ແລະ ປະຊາຊົນຊາວໄທ ຂໍຮ່ວມສະແດງຄວາມຍິນດີ ແລະ ສົ່ງຄວາມປາດຖະນາດີມາຍັງທ່ານ ແລະ ປະຊາຊົນຊາວລາວ.

ໄທ ກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນສອງລັດທີ່ມີຄວາມໃກ້ຊິດກັນຢ່າງແໜ້ນແຟ້ນ ຄົນໄທກັບຄົນລາວຢູ່ຄຽງຂ້າງກັນມາແຕ່ບູຮານນະການ ມີຄວາມເຂົ້າໃຈ ແລະ ຜູກພັນກັນດ້ວຍຄວາມໃກ້ຊິດທາງດ້ານພາສາ ແລະ ວັດທະນະທຳ. ໃນຊ່ວງ 70 ປີ ທີ່ຜ່ານມາຂອງສາຍພົວພັນລະຫວ່າງປະເທດ ແລະ ລັດສະໄໝໃໝ່ ໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຜ່ານບົດພິສູດຂອງການເວລາ ແລະ ໄດ້ພັດທະນາສາຍພົວພັນທີ່ໃກ້ຊິດແໜ້ນແຟ້ນໃຫ້ຄອບຄຸມທຸກມິຕິບົນພື້ນຖານຂອງຄວາມເຂົ້າໃຈ ແລະ ເຊື່ອໃຈກັນ ເຊິ່ງໄດ້ນຳຜົນປະໂຫຍດມາສູ່ທັງສອງຝ່າຍ. ຂ້າພະເຈົ້່າຈຶ່ງຍິນດີເປັນຢ່າງຍິ່ງທີ່ໃນກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີຢ່າງບໍ່ເປັນທາງການໄທ - ລາວ ຄັ້ງທີ 3 ທີ່ ນະຄອນຫຼວງວຽງຈັນ ເມື່ອເດືອນທັນວາ ພ.ສ. 2561 (2018) ໄທກັບລາວໄດ້ເຫັນພ້ອມ       ຍົກລະດັບສາຍພົວພັນເປັນ “ຄູ່ຮ່ວມຍຸດທະສາດ​ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ເຊິ່ງສະທ້ອນເຖິງຄວາມສຳຄັນທີ່ທັງສອງປະເທດມີຕໍ່ກັນຢ່າງແທ້ຈິງ ແລະ ຈະເປັນແນວທາງທີ່ຈະກ້າວໄປຂ້າງໜ້າດ້ວຍກັນຢ່າງໝັ້ນຄົງ ແລະ ຍືນຍົງຕໍ່ໄປ.

ດ້ວຍຄວາມປາດຖະໜາດີຢ່າງຈິງໃຈທີ່ມີຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະເໝີມາ ຂ້າພະເຈົ້າ ຂໍໃຫ້ຄຳໝັ້ນວ່າ ຈະຮ່ວມມືຢ່າງໃກ້ຊິດກັບທ່ານ ແລະ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນການພັດທະນາສາຍພົວພັນ ໄທ - ລາວ ໃຫ້ຄວາມໝັ້ນຄົງ ຮັ່ງມີ ແລະ ຍືນຍົງຍິ່ງຂຶ້ນໄປ ໂດຍຈະເນັ້ນໜັກການເສີມສ້າງການຮ່ວມມືທີ່ມີຜົນຮັບເປັນຮູບປະທຳ ເພື່ອພັດທະນາເສດຖະກິດ ສັງຄົມ ແລະ ຄຸນນະພາບຊີວິດຂອງປະຊາຊົນທັງສອງປະເທດ.

 

ພະນະທ່ານ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ

 

ໃນຂະນະທີ່ ໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕ່າງໄດ້ຮັບຜົນກະທົບ ຈາກສະຖານະການການແຜ່ລະບາດ ຂອງພະຍາດໂຄວິດ-19 ຂ້າພະເຈົ້າ ຮູ້ສຶກຍິນດີທີ່ທັງສອງປະເທດຍັງສືບຕໍ່ການຮ່ວມມືທີ່ໃກ້ຊິດ ແລະ ມີຄວາມມຸ່ງໝັ້ນທີ່ຈະຈັບມື ແລະ ກ້າວໄປຂ້າງໜ້າດ້ວຍກັນບໍ່ວ່າໃນຍາມຍາກລຳບາກ ຂ້າພະເຈົ້າ ພ້ອມ ຈະຮ່ວມມືກັບທ່ານ ເພື່ອຊ່ວຍຊຸກຍູ້ການຟື້ນຟູທາງເສດຖະກິດ ຂອງທັງສອງປະເທດ ແລະ ຂອງພາກພື້ນຕໍ່ໄປ.

ສຸດທ້າຍນີ້ ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ລັດຖະບານ ແລະ ພີ່ນ້ອງປະຊາຊົນຊາວລາວ ປະສົບຄວາມຜາສຸກແລະ ຄວາມຈະເລີນຮຸ່ງເຮືອງສືບໄປ.

 

ຂໍສະແດງຄວາມນັບຖື

 

ພົນເອກ ປຣະຢຸດ ຈັນໂອຊາ

ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

 


  17 ທັນວາ ພ.ສ. 2563 (2020)

 

ຮຽນ : ພະນະທ່ານ ສະເຫຼີມໄຊ ກົມມະສິດ

 

ໃນນາມຂອງກະຊວງການຕ່າງປະເທດ ແລະ ປະຊາຊົນໄທ ຂ້າພະເຈົ້າຂໍສົ່ງຄວາມປາດຖະໜາດີມາຍັງທ່ານ ແລະ ປະຊາຊົນຊາວລາວ ໃນໂອກາດຄົບຮອບ 70 ປີຂອງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ
ຣາຊະອານາຈັກໄທກັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃນວັນທີ 19 ທັນວາ ນີ້.

ສາຍພົວພັນ ໄທ-ລາວ ເປັນສາຍພົວພັນພິເສດທີ່ມີຮາກຖານຈາກຄວາມຄ້າຍຄືກັນດ້ານພາສາ ແລະ ວັດທະນະທຳ ຈຶ່ງເຮັດໃຫ້ປະຊາຊົນທັງສອງປະເທດມີຄວາມໃກ້ຊິດ ແລະ ເຂົ້າໃຈກັນ. ນອກຈາກນີ້ ທັງສອງປະເທດຍັງມີຜົນປະໂຫຍດຮ່ວມກັນໃນທຸກມິຕິ ທັງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະສັງຄົມ ດ້ວຍເຫດນີ້ ການຍົກລະດັບສາຍພົວພັນຂອງທັງສອງປະເທດໄປສູ່ “ຄູ່ຮ່ວມຍຸດທະສາດ​ ເພື່ອຄວາມຈະເລີນເຕີບໂຕ ແລະ
ການພັດທະນາແບບຍືນຍົງ” ເມື່ອປີ ພ.ສ. 2561 (2018) ຈຶ່ງຢືນຢັນສາຍພົວພັນພິເສດທີ່ເປັນເອກະລັກສະເພາະຂອງທັງສອງປະເທດ.

ປະຊາຊົນໄທກັບລາວຢູ່ຮ່ວມກັນໃນພາກພື້ນນີ້ມານານ ແລະເມື່ອມີສາຍພົວພັນກັນທາງການທູດແບບສະໄໝໃໝ່ມາຍາວນານເຖິງ 70 ປີແລ້ວໂດຍບໍ່ໄດ້ຂາດຊ່ວງ ກໍ່ຍິ່ງສະທ້ອນໃຫ້ເຫັນເຖິງຄວາມແໜ້ນແຟ້ນ ຄຸນຄ່າຂອງມິດຕະພາບ ແລະການຮ່ວມມືລະຫວ່າງລັດຖະບານແລະປະຊາຊົນຂອງທັງສອງຝ່າຍ ທີ່ຕັ້ງຢູ່ບົນພື້ນຖານຂອງການຢູ່ຮ່ວມກັນໂດຍສັນຕິ ຄວາມໄວ້ເນື້ອເຊື່ອໃຈ ແລະ ຜົນປະໂຫຍດຮ່ວມກັນຢ່າງຮອບດ້ານໂດຍແທ້.

ຂ້າພະເຈົ້າມີຄວາມປາດຖະໜາທີ່ຈະຮ່ວມມືຢ່າງໃກ້ຊິດກັບທ່ານແລະລັດຖະບານ ສປປ ລາວ ໃນການເພີ່ມພູນແລະຕໍ່ຍອດສາຍພົວພັນ ແລະ ການຮ່ວມມືລະຫວ່າງທັງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນໄປ ໂດຍຈະເລັ່ງສານຕໍ່ການຮ່ວມມືໃນສາຂາຕ່າງໆ ໃຫ້ເປັນຮູບປະທຳ ແລະເນັ້ນການພັດທະນາເສດຖະກິດ ແລະ ຄຸນນະພາບຊີວິດ ຂອງປະຊາຊົນທັງສອງປະເທດໃຫ້ໝັ້ນຄົງ ຮັ່ງມີ ແລະຍືນຍົງຍິ່ງຂຶ້ນ ໂດຍສະເພາະການຟື້ນຟູຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການສົ່ງເສີມການຄ້າ ແລະ ພັດທະນາພື້ນທີ່ຊາຍແດນ, ການສົ່ງເສີມຄວາມເຊື່ອມໂຍງຢ່າງໄຮ້ຮອຍຕໍ່ລະຫວ່າງກັນ, ການພັດທະນາດ້ານກະສິກຳ, ສາທາລະນະສຸກ ແລະ ການສຶກສາ ລວມເຖິງການສົ່ງເສີມການມີປະຕິສຳພັນຢ່າງສ້າງສັນ ລະຫວ່າງ ປະຊາຊົນ ແລະ ເຍົາວະຊົນຮຸ່ນໃໝ່ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນໄທ-ລາວ ໃຫ້ກ້າວໜ້າຕໍ່ໄປໃນອະນາຄົດ.

ສຸດທ້າຍນີ້ ຂ້າພະເຈົ້າຂໍຖືໂອກາດອວຍພອນໃຫ້ທ່ານ ແລະ ຄອບຄົວ ລັດຖະບານ ແລະ ພີ່ນ້ອງປະຊາຊົນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງປະສົບແຕ່ຄວາມຜາສຸກແລະ ຄວາມຈະເລີນຮູ່ງເຮືອງສືບໄປ.

 

ຂໍສະແດງຄວາມນັບຖື

 

ດອນ ປະຣະມັດວິໄນ

ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການຕ່າງປະເທດ

ແຫ່ງຣາຊະອານາຈັກໄທ

 

ພະນະທ່ານ ສະເຫຼີມໄຊ ກົມມະສິດ

ລັດຖະມົນຕີກະຊວງການຕ່າງປະເທດ

ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ


--------------------//----------------------- 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487161
ມື້ນີ້187
ມື້ວານ210
ອາທິດນີ້823
ເດືອນນີ້554