ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2020
ສົມເດັດ,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງສົມເດັດໃນໂອກາດທີ່ ສົມເດັດໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກບາເຣນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການທີ່ອຸດົມສົມບູນ ຂອງສົມເດັດ, ຣາຊະອານາຈັກບາເຣນ ຈະໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ຂ້າພະເຈົ້າ ມີຄວາມຍິນດີສືບຕໍ່ເຮັດວຽກກັບ ສົມເດັດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດພວກເຮົາ ໃຫ້ໄດ້ຮັບການພັດທະນານັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ກໍຄືໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ມາຍັງ ສົມເດັດຈົ່ງມີພະລານາໄມສົມບູນ, ມີຄວາມກະເສມສໍາລານ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງ ຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ,
ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສົມເດັດ ເຈົ້າຊາຍ ຊາລມານ ບິນ ຮາມາດ ອາລ ຄາລິຟາ,
ອົງມົງກຸດຣາຊະກຸມມານ, ຮອງຜູ້ບັນຊາການທະຫານສູງສຸດ
ແລະ ນາຍົກລັດຖະມົນຕີ
ແຫ່ງ ຣາຊະອານາຈັກ ບາເຣນ
ທີ່ ມານາມາ