ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດລາວ ຄົບຮອບ 45 ປີ ຈາກການນຳຂັ້ນສູງ ແຫ່ງ ສສ. ຫວຽດນາມ

ເຖິງ: - ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

-       ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

-       ສະຫາຍ ນ. ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ທີ່ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາສະຫາຍ ແລະປະຊາຊົນລາວ ບັນດາເຜົ່າອ້າຍນ້ອງທຸກຖ້ວນໜ້າ.

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ 45 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງໄດ້ເສີມຂະຫຍາຍມູນເຊື້ອວິລະຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຢ່າງໜ້າພາກພູມໃຈ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໝັ້ນຄົງ, ສະພາບການເມືອງ - ສັງຄົມ ມີສະຖຽນລະພາບ ໂດຍສະເພາະໃນປີຜ່ານມາ, ສປປ ລາວ ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງໄວວາ, ສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໄພພິບັດທຳມະຊາດ ແລະ ຮັກສາລະດັບການເຕີບໃຫຍ່ຂອງເສດຖະກິດໃນທາງບວກ, ສືບຕໍ່ປັບປຸງຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ຍົກສູງຖານະບົດບາດຂອງປະເທດ ໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມພາກພູມໃຈຢ່າງຍິ່ງ ຕໍ່ຜົນສໍາເລັດຂອງ ສປປ ລາວ ແລະ ຖືເອົາໄຊຊະນະຂອງພວກສະຫາຍ ຄືກັນກັບໄຊຊະນະຂອງການປະຕິວັດຫວຽດນາມ.

ພວກຂ້າພະເຈົ້າ ຂໍອວຍພອນໃຫ້ປະຊາຊົນລາວ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສ ຂອງພັກປະຊາຊົນປະຕິວັດລາວ, ໂດຍມີສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເປັນຜູ້ນໍາພານັ້ນ, ຈະສືບຕໍ່ຍາດໄດ້ໄຊຊະນະອັນໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີໄລຍະ 2016-2020 ໄດ້ສໍາເລັດຢ່າງມີໄຊ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສໍາເລັດຢ່າງຈົບງາມ.

ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນທີ່ໄດ້ເຫັນວ່າ ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ ໂດຍມີປະທານ ໂຮ່ຈີມິນ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ, ພ້ອມກັບການນໍາລຸ້ນຕ່າງໆ ແລະ ປະຊາຊົນສອງຊາດ ເພີ່ມພູນຄູນສ້າງນັ້ນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ຍາດໄດ້ໝາກຜົນສໍາເລັດຢ່າງເປັນຮູບປະທໍາ ແລະ ນຳຜົນປະໂຫຍດມາໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ.

ອີກເທື່ອໜຶ່ງ, ພວກຂ້າພະເຈົ້າ ຂໍຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມສະ   ເໝີຕົ້ນສະເໜີປາຍທີ່ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ ຕັດສິນໃຈປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຢ່າງບໍ່ຢຸດຢັ້ງ. ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາ ຢູ່ພາກພຶ້ນ ແລະ ໃນໂລກ.

ໃນໂອກາດວັນທີ່ມີຄວາມໝາຍສໍາຄັນຍິ່ງໃຫຍ່ ຂອງ ສປປ ລາວ ນີ້, ຕາງໜ້າໃຫ້ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ອີກເທື່ອໜຶ່ງ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງມາຍັງ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະ ປະເສີດເລີດລໍ້າ ແກ່ປະຊາຊົນຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄື ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປະຈຸບັນ.

ອວຍພອນ ໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບແຂັ້ມແຂງ, ຍາດໄດ້ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າງາມຂອງພວກສະຫາຍ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຈົ່ງຂຽວສົດງົດງາມ, ໝັ້ນຄົງທະນົງແກ່ນ ຕະຫຼອດກາລະນານ.

 

ນະຄອນຫຼວງຮ່າໂນ້ຍ, ວັນທີ 1 ທັນວາ 2020

ຫງວຽນ ຝູ ຈ້ອງ

                        ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ,

ປະທານປະເທດ ແຫ່ງ ສສ ຫວຽດນາມ

ຫງວຽນ ຊວັນ ຟຸກ

ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ຫງວຽນ ທິ ກິມ ເງິນ

                                                                    ປະທານສະພາແຫ່ງຊາດ ສສ ຫວຽດນາມ

-------------------------------------------------------------------------------------------------------------------------------------------------

 

ເຖິງ:    ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

ທີ່ ນະຄອນຫຼວງວຽງຈັນ.

 

ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຕາງໜ້າໃຫ້ແກ່ການນຳ ແລະ ພະນັກງານ ກະຊວງການຕ່າງປະເທດຫວຽດນາມ ທຸກຖ້ວນໜ້າ, ດ້ວຍຄວາມຮັກແພງຢ່າງຈິງໃຈຖານສະຫາຍອ້າຍນ້ອງອັນດູດດື່ມ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງສະຫາຍ ພ້ອມດ້ວຍຄະນະນໍາ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດລາວ ແຫ່ງ ສປປ ລາວ ທຸກຖ້ວນໜ້າ.

 

ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ກັບບັນດາຜົນສໍາເລັດອັນໃຫຍ່ຫຼວງ ທີ່ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 45 ປີຜ່ານມາ, ເຮັດໃຫ້ຖານະບົດບາດ ຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ຢ່າງປໍ່ຢຸດຢັ້ງ. ຂ້າພະເຈົ້າເຊື່ອວ່າ, ພາຍໃຕ້ການຊີ້ນຳ-ນໍາພາຂອງສະຫາຍ, ກະຊວງການຕ່າງປະເທດລາວ ຈະສາມາດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຂອງອົງຄະນະພັກກະຊວງການຕ່າງປະເທດລາວ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ວຽກງານການຕ່າງປະເທດຂອງລາວ ສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່, ຍິ່ງໃຫຍ່ກວ່າເກົ່າ.

 

ພວກຂ້າພະເຈົ້າ, ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ຜົນຂອງກອງປະຊຸມປຶກສາຫາລື ລະຫວ່າງ ກະຊວງການຕ່າງປະເທດຂອງພວກເຮົາ ທີ່ຫາກໍ່ຈົບລົງດ້ວຍຜົນສໍາເລັດອັນຈົບງາມ. ໃນປີ 2020 ນີ້, ສອງຝ່າຍພວກເຮົາໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຕ່າງປະເທດຄັ້ງທີ 7 ແລະ ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີຕ່າງປະເທດຄັ້ງທີ 5 ໃນຮູບແບບທາງໄກ, ກໍ່ຄືການປະສານສົມທົບກັນຢ່າງໃກ້ຊິດ ໃນທີ່ເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນ ສາຍພົວຮ່ວມມື ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ທັງໃນຂອບການຮ່ວມມືສອງຝ່າຍ, ກໍ່ຄືບຫຼາຍຝ່າຍ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງ ສະຫາຍ ແລະ ກະຊວງການຕ່າງປະເທດລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດ ເພື່ອຊ່ວຍໃຫ້ຫວຽດນາມປະສົບຜົນສຳເລັດ ການເປັນປະທານອາຊຽນ ໃນປີ 2020 ຢ່າງຈົບງາມ.

 

ໃນໂອກາດນີ້, ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນ ຕະຫຼອດກາລະນານ. ອວຍພອນໃຫ້ ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດຂອງພວກເຮົານັບມື້ນັບໃກ້ຊິດສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນ.

 

ອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ.

 

 

ນະຄອນຫຼວງຮ່າໂນ້ຍ, ວັນທີ 1 ທັນວາ 2020

 

         ຟ້າມ ບິ່ງ ມິງ

 

                                   ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ

                                                                        ແຫ່ງ ສສ ຫວຽດນາມ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486533
ມື້ນີ້87
ມື້ວານ142
ອາທິດນີ້195
ເດືອນນີ້5838