ນະຄອນຫລວງວຽງຈັນ, ວັນທີ 13 ພະຈິກ 2020
ພະນະທ່ານ,
ໃນນາມຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ປາແລັດສະຕິນ ເນື່ອງໃນໂອກາດ ວັນຊາດ ແຫ່ງ ລັດປາແລັດສະຕິນ ຄົບຮອບ 32 ປີ.
ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມານໍາກັນຕະຫຼອດໄລຍະເວລາຜ່ານມາ ລະຫວ່າງ ສປປ ລາວ ແລະ ລັດປາແລັດສະຕິນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືືທີ່ດີດັ່ງກ່າວນີ້ ຈະສືບຕໍ່ຂະຫຍາຍຕົວໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າ ຂໍອວຍພອນ ພະນະທ່ານ ຈົ່ງມີພະລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນ ປາແລັດສະຕິນ ຈົ່ງມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
ດ້ວຍຄວາມນັບຖືຢ່າງສູງ.
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ມາມູດ ອັບບາດ
ປະທານາທິບໍດີ ແຫ່ງ ລັດປາແລັດສະຕິນ
ປະທານຄະນະກຳມະການອົງການປົດປ່ອຍ ປາແລັດສະຕິນ
ທີ່ ຣາມາລາ
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນປາແລັດສະຕິນເນື່ອງໃນໂອກາດວັນຊາດແຫ່ງ ລັດປາແລັດສະຕິນ ຄົບຮອບ 32 ປີ.
ຂ້າພະເຈົ້າ ເຊື່ອໝັ້ນເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ກໍຄືສອງກະຊວງການຕ່າງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍເພື່ອຜົນປະໂຫຍດຮ່ວມກັນ ຂອງສອງປະເທດ.
ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ຂອງ ພະນະທ່ານ.
ດ້ວຍຄວາມນັບຖືຢ່າງສູງ.
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ຣິຢາດ ອາລ-ມານກີ
ລັດຖະມົນຕີຕ່າງປະເທດ ແລະ ການຕັ້ງພູມລຳເນົາ
ແຫ່ງ ລັດປາແລັດສະຕິນ
ທີ່ ຣາມາລາ