ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຈົດໝາຍອວຍພອນວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົບຮອບ 67 ປີ

 


ນະຄອນຫຼວງວຽງຈັນ, ວັນ​ທີ 06 ພະຈິກ 2020

ພະບາດສົມເດັດ,

ເນື່ອງໃນໂອກາດອັນສະຫງ່າລາສີແຫ່ງວັນປະກາດເອກະລາດແຫ່ງຣາຊະອານາຈັກກໍາປູເຈຍຄົບຮອບ 67 ປີ,ໃນນາມປະຊາຊົນລາວ ແລະໃນນາມສ່ວນຕົວ, ຂ້າພະເຈົ້າຂໍ​ສະ​ແດງຄໍາຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດ ມາຍັງພະບາດສົມເດັດແລະປະຊາຊົນ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ກໍາປູເຈຍ ທຸກຖ້ວນໜ້າ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ​​ສາຍພົວພັນມິດຕະພາບ, ຄວາມສາມັກຄີແລະການຮ່ວມມື ທີ່​ມີ​ມາ​ແຕ່​ດົນ​ນານ ຖານບ້ານໃກ້ເຮືອນຄຽງທີ່ດີກໍຄື ການເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ໝັ້ນ​ຄົງ​ຍາວ​ນານ ລະຫວ່າງສອງປະເທດແລະ ​ປະຊາຊົນສອງຊາດພວກເຮົາຈະ​ສືບ​ຕໍ່ໄດ້ຮັບການເສີມຂະຫຍາຍແລະແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ ພະບໍຣົມໂພທິສົມພານ ຂອງ ພະບາດ ສົມເດັດ, ປະຊາຊົນກຳປູເຈຍທັງຊາດ ຈະສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ມີຄວາມຈະເລີນວັດທະນະຍິ່ງໆຂຶ້ນໄປ.

ຂ້າພະເຈົ້າ ຂໍສົ່ງພະພອນແດ່ພະບາດສົມເດັດຊົງມີພະລານາໄມສົມບູນ, ມີຄວາມຜາສຸກແລະປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງພະອົງ.

ດ້ວຍຄວາມນັບຖືຢ່າງສູງ,

ບຸນຍັງ ວໍລະຈິດ

ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ພະບາດ ສົມເດັດ ພະບໍຣົມມມະນຽດ ໂນໂຣດົມ ສີຫາໂມນີ

ພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ

ທີ່ນະຄອນຫຼວງພະນົມເປັນ

 


ນະຄອນຫຼວງວຽງຈັນ, ວັນທີ04ພະຈິກ 2020

ສົມເດັດ,

​          ໃນນາມລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄໍາຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງລັດຖະບານແລະປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດແຫ່ງຣາຊະອານາຈັກກໍາປູເຈຍຄົບຮອບ 67ປີ.

ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການແລະການຮ່ວມມືຖານບ້ານໃກ້ເຮືອນຄຽງອັນດີງາມກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານລະຫວ່າງສອງປະເທດ​​ພວກເຮົາຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນ​ອະນາຄົດ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ທັງເປັນການປະ ກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້, ອວຍພອນໃຫ້ສົມເດັດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະປະສົບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າໃນພາລະກິດອັນສູງສົ່ງຂອງສົມເດັດ.

ດ້ວຍຄວາມນັບຖືຢ່າງສູງ,

ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ສົມເດັດອັກຄະມະຫາເສນາບໍດີເຕໂຈຮຸນ ​​​ແຊນ                            

ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກໍາປູເຈຍ                  

ທີ່ນະຄອນຫຼວງພະນົມເປັນ


ນະຄອນຫຼວງວຽງຈັນ, ວັນທີ04 ພະຈິກ 2020

ພະນະທ່ານ,

        ເນື່ອງໃນໂອກາດວັນປະກາດເອກະລາດແຫ່ງຣາຊະອານາຈັກກໍາປູເຈຍຄົບຮອບ 67 ປີ, ​​ໃນນາມກະຊວງການຕ່າງປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງພະນະທ່ານແລະຜ່ານພະນະທ່ານໄປຍັງພະນັກງານກະຊວງການຕ່າງປະເທດແລະຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍທຸກຖ້ວນໜ້າ.

        ຂ້າພະເຈົ້າເຊື່ອໝັ້ນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີ​​ ແລະ ການຮ່ວມມື ທີ່ມີມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງທີ່ດີແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາຈະສືບຕໍ່ໄດ້ຮັບການຮັດແໜ້ນແລະເສີມຂະຫຍາຍຢ່າງບໍ່ຢຸດຢັ້ງເພື່ອ​​ຜົນປະໂຫຍລວມຂອງສອງປະເທດ ກໍຄື ຄວາມເຂັ້ມແຂງຂອງ​​ຄອບຄົວອາຊຽນ.

        ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນໃຫ້ພະນະທ່ານພ້ອມດ້ວຍພະນັກງານກະຊວງການຕ່າງປະເທດແລະຮ່ວມມືສາກົນ ​​ແຫ່ງຣາຊະອານາຈັກກໍາປູເຈຍຈົ່ງມີສຸຂະພາບເຂັ້ມແຂງແລະປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງຂອງຕົນ.

        ດ້ວຍຄວາມນັບຖືຢ່າງສູງ,

   ສະເຫຼີມໄຊ ກົມມະສິດ

   ລັດຖະມົນຕີກະຊວງການຕ່າງປະເທດ

   ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ພະນະທ່ານ ປຣາກ ໂຊຄົນ,                                              

ຮອງນາຍົກລັດຖະມົນຕີ,                           

ລັດຖະມົນຕີກະຊວງການຕ່າງປະເທດແລະຮ່ວມມືສາກົນ

ແຫ່ງຣາຊະອານາຈັກກໍາປູເຈຍ

ທີ່ນະຄອນຫຼວງພະນົມເປັນ


 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486533
ມື້ນີ້87
ມື້ວານ142
ອາທິດນີ້195
ເດືອນນີ້5838