ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສານສະແດງຄວາມຊົມເຊີຍ ເຖິງ ກະສັດ ອົງທີ XVI ແຫ່ງ ລັດກູເວດ ເນື່ອງໃນໂອກາດຂຶ້ນຄອງລາດໃໝ່

 


ນະຄອນຫຼວງວຽງຈັນ, ວັນທີ 1 ຕຸລາ 2020

 

ສົມເດັດ,

          ໃນນາມປະຊາຊົນລາວທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມປິຕິຍິນດີສົ່ງຄຳ​​   ຊົມເຊີຍອັນອົບອຸ່ນ ມາຍັງສົມເດັດ ທີ່​​ຂຶ້ນຄອງລາດເປັນ ກະສັດ ອົງທີ XVI ແຫ່ງ ລັດກູເວດ.

          ຂ້າພະເຈົ້າ ມີຄວາມຮູ້ສຶກຍິນດີເປັນຢ່າງຍິ່ງ ຕໍ່ການຮ່ວມມືທີ່ມີໝາກຜົນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ຕະຫຼອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ສາຍພົວພັນແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ.

          ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນ​​ໄຊອັນປະເສີດ ມາຍັງສົມເດັດ ຈົ່ງມີພາລະນາໄມສົມບູນ, ມີຄວາມກະເສມສຳລານ ແລະ ຂໍໃຫ້ປະຊາຊົນກູເວດ ພາຍໃຕ້ພະບໍຣົມໂພທິສົມພານ ຂອງ   ພະອົງ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍຄວາມນັບຖືຢ່າງສູງ,

                                                                          

                                                                                                                      ບຸນຍັງ ວໍລະຈິດ

 

         

ສົມເດັດ ເຊກຄ໌ ນາວາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາສ

ກະສັດອົງທີ XVI ແຫ່ງ ລັດກູເວດ

ທີ່ ກູເວດ

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486521
ມື້ນີ້75
ມື້ວານ142
ອາທິດນີ້183
ເດືອນນີ້5826