ນະຄອນຫຼວງວຽງຈັນ, ວັນທີ 30 ກັນຍາ 2020
ສົມເດັດ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປ ຂອງ ສົມເດັດ ເຊກຄ໌ ຊາບາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາ, ກະສັດ ອົງທີ XV ແຫ່ງ ລັດກູເວດ ໃນວັນທີ 29 ກັນຍາ 2020.
ໃນນາມປະຊາຊົນລາວທັງຊາດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມໂສກເສົ້າ ມາຍັງສົມເດັດພະບໍຣົມວົງສານຸວົງ ທຸກພະອົງ, ລັດຖະບານ ແລະ ປະຊາຊົນກູເວດ ມານະໂອກາດນີ້ດ້ວຍ.
ຂໍໃຫ້ດວງວິນຍານ ຂອງ ສົມເດັດ ເຊກຄ໌ ຊາບາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາ ຈົ່ງໄປສູ່ສຸກຂະຕິ.
ບຸນຍັງ ວໍລະຈິດ
ສົມເດັດ ເຊກຄ໌ ນາວາ ອາລ-ອາມັດ ອາລ-ຈາເບີ ອາລ-ຊາບາສ
ກະສັດ ອົງທີ XVI ແຫ່ງ ລັດກູເວດ
ທີ່ກູເວດ